ຂ່າວສານ

ການປະທະກັນຢູ່ ຊູດານ: ຫຼາຍປະເທດໄດ້ອົບພະຍົບພົນລະເມືອງອອກໂດຍດ່ວນ

ທ່ານ John Kirby, ໂຄສົກຂອງທຳນຽບຂາວ ໃຫ້ຮູ້ວ່າ: ອາເມລິກາ ໄດ້ຜັນຂະຫຍາຍກຳລັງທະຫານເຮືອ ຢູ່ນະຄອນ Port Sudan
ພົນລະເມືອງຕ່າງປະເທດ ໄດ້ຂຶ້ນຍົນອອກຈາກ ຊູດານ (ພາບ:AFP/TTXVN)

ໃນສະພາບການປະທະກັນຢູ່ ຊູດານ ທີ່ໄດ້ປິນຂັ້ນໄດ, ຫຼາຍປະເທດສືບຕໍ່ວຽກງານອົບພະຍົບພົນລະເມືອງຂອງຕົນອອກ. ວັນທີ 24 ເມສາ, ກະຊວງການຕ່າງປະເທດ ຝລັ່ງ ໃຫ້ຮູ້ ໄດ້ປິດປະຕູຊົ່ວຄາວສະຖານທູດຝລັ່ງຢູ່ນະຄອນຫຼວງ Khortoum ຂອງປະເທດ ຊູດານ ຈົນກ່ວາຈະມີແຈ້ງການໃໝ່. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ເມສາ, ສຳນັກຂ່າວສານ Bloomberg ໄດ້ໃຫ້ຂ່າວວ່າ: ສະຖານທູດ ຝລັ່ງ ປະຈຳ Khortoum ຖືກບຸກໂຈມຕີ.

ແລະ ກໍ່ໃນວັນດຽວກັນ, ທ່ານ John Kirby, ໂຄສົກຂອງທຳນຽບຂາວ ໃຫ້ຮູ້ວ່າ: ອາເມລິກາ ໄດ້ຜັນຂະຫຍາຍກຳລັງທະຫານເຮືອ ຢູ່ນະຄອນ Port Sudan ໃນທະເລແດງຕື່ມອີກເຊິ່ງຫ່າງຈາກ ນະຄອນຫຼວງ Khortoum ປະມານ 850 ກມ, ເພື່ອໜູນຊ່ວຍການນຳພົນລະເມືອງ ອາເມລິກາ ຢູ່ ຊູດານ ກັບເມືອ ປະເທດ, ແຕ່ວຽກງານອົບພະຍົບຈະບໍ່ດຳເນີນໃນຂອບຂະໜາດໃຫຍ່.

ວັນທີ 24 ເມສາ, ທ່ານນາງ ໝາວໜິງ, ໂຄສົກການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ປະເທດນີ້ໄດ້ອົບພະຍົບພົນລະເມືອງຄັ້ງທຳອິດໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງຂອງ ຊູດານ. ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ Nigeria ໃຫ້ຮູ້ວ່າ: ປະເທດນີ້ຈະປະຕິບັດແຜນການອົບພະຍົບພົນລະເມືອງ Nigeria ເກືອບ 3.500 ຄົນອອກຈາກ ຊູດານ. ໃນຂະນະນັ້ນ, Kenya ໄດ້ຊຸກຍູ້ຄວາມມານະພະຍາຍາມນຳສົ່ງພົນລະເມືອງຂອງປະເທດຕົນອອກຈາກ ນະຄອນຫຼວງ Khortoum ດ້ວຍທາງການບິນ ແລະ ທາງບົກ. ສ່ວນປະເທດ Uganda ແລະ ສ ເກົາຫຼີ ກໍ່ໄດ້ນຳສົ່ງພົນລະເມືອງຂອງປະເທດຕົນອອກຈາກຊູດານ ເຊັ່ນດຽວກັນ.

ວັນທີ 24 ເມສາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ກ່າວເຕືອນກ່ຽວກັບໄພຄວາມສ່ຽງການປະທະກັນທີ່ເພີ່ມຂຶ້ນຢູ່ ຊູດານ ອາດຈະ “ທຳລາຍພາກພື້ນນີ້ຢ່າງສົມບູນ”.


top