ຂ່າວສານ

ການປະຕິວັດອຸດສາຫະກຳ 4.0 ແມ່ນກາລະໂອກາດໃຫ້ແກ່ນັກລົງທຶນ

      ດ້ວຍຫົວຂໍ້ວ່າ “VBF – 20 ປີຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ ແລະ ມຸ່ງໄປເຖິງບັນດາຄາດໝາຍພັດທະນາເສດຖະກິດສັງຄົມປີ 2020”, ເວທີປາໄສວິສາຫະກິດຫວຽດນາມ (VBF) ປະຈຳປີ 2017 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ.

ເວທີປາໄສວິສາຫະກິດຫວຽດນາມ (VBF) ປະຈຳປີ 2017
(ພາບ: TTXVN)
      ເວທີປາໄສປີນີ້ໄດ້ປຶກສາຫາລືບັນດາເນື້ອໃນຄື: ຍົກສູງສະມັດຕະພາບ ແລະ ບັນດາປັດໃຈຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳ; ຊູກຍູ້ການລົງທຶນພາກເອກະຊົນ ເພື່ອແນໃສ່ປັບປຸງສະພາບດ້ານການເງິນ; ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດພາກເອກະຊົນບື່ນຕົວຢ່າງກະໂດດຂັ້ນ.
        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ການປະຕິວັດອຸດສາດຫະກຳ 4.0 ແມ່ນກາລະໂອກາດໃຫ້ແກ່ບັນດານັກລົງທຶນເມື່ອມາຫວຽດນາມ ແລະ ຢືນຢັນວ່າ, ສູ້ຊົນໃນໄລຍະ 2 ປີຈະມາເຖິງ ຫວຽດນາມ ຈະລົງນາມໃນສັນຍາການຄ້າເສລີກັບສະຫະພາບເອີລົບ (EU), ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ເປີດກວ້າງການພັດທະນາຂອງພື້ນຖານເສດຖະກິດ.
        “ປະຈຸບັນ, ລັດຖະບານ ພວມສຸມໃສ່ປັບປຸງຄຸນນະພາບລະບອບລະບຽບການ, ນະໂຍບາຍກົດໝາຍຕາມທິດເພີ່ມຄວາມກະຈ່າງແຈ້ງ, ປອດໄສ, ປອດໄພ ແລະ ມີປະສິດທິຜົນ, ຍົກສູງກຳລັງຄຸ້ມຄອງຂອງລັດ ແລະ ຄຸ້ມຄອງເສດຖະກິດມະຫາພາກ ເພື່ອແນໃສ່ຮັກສາການເຕີບໂຕ; ຮັບປະກັນບາດກ້າວເດີນຂອງສັງຄົມ, ຊ່ວຍຊົນຊັ້ນປະຊາຊົນທີ່ມີລາຍຮັບຕ່່ຳບັນລຸລາຍຮັບປານກາງ ແລະ ສູງສົມຄວນ. ປະຊາຄົມວິສາຫະກິດນັ້ນທັງແມ່ນກຳລັງໜູນ, ທັງແມ່ນພາຫະນະເພື່ອໃຫ້ລັດຖະບານຫັນວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາຂອງຕົນໃຫ້ປະກົດຜົນເປັນຈິງ”.
 (ແຫຼ່ງຄັດຈາກ VOV)

top