ແຟຊັ່ນ

ການປະດັບໃນຊຸດອາພອນຂອງຊົນເຜົ່າ ບານາ

ດ້ວຍລວດລາຍ, ການປະດັບທີ່ລຽບງ່າຍ ໄດ້ຖືກຈັດວາງ ໃນແພໄໝບູຮານ. ບັນດາຊຸດອາພອນຂອງຊົນເຜົ່າຊາວ ບານາ ໄດ້ສ້າງເອກະລັກສະເພາະຂອງເຂດປ່າໄມ້ພູພຽງ ໄຕງວຽນ. 

ເມື່ອນຸ່ງຊຸດສິ້ນທີ່​ມີ​ສົດ​ໃສໃນງານບຸນຂໍພອນຂອງຊາວ ບານາ, ນາງສາວ ອີ ລີ, ຢູ່ບ້ານ ດັກເວິດ, ຕາແສງ ເຮີມົງ, ເມືອງ ຊາໄທ່, ແຂວງ ກອມຕູມ ໃຫ້ຮູ້ວ່າ: “​ແຕ່​ເວ​ລາ​ຍັງນ້ອຍແມ່ຍິງເຜົ່າ ບານາ ໄດ້ຮຽນ​ຮູ້ວິທີການ ຕຳ່ຫູກທໍໄໝແລ້ວ, ເມື່ອອາຍຸ​ໄດ້ 14-15 ປີ, ຂ້ອຍ​ເອງ ກໍ່ສາມາດຕັດ ເຄື່ອງໃຫ້ຕົນເອງນຸ່ງໄດ້ແລ້ວ”.

ດ້ວຍຄວາມຄ່ອງແຄ້ວຂອງມື ແລະ ເຂດຂັບຕ່າງໆ  ທີ່ ລຸ່ນບັນພະບຸລຸດປະໄວ້, ຊາວຊົນເຜົ່າ ບານາ ຮູ້​ຈັກວິທີ ການ​ເກັບດອກ​ຝ້າຍປຸງແຕ່ງ​ເປັນຜ້າຝ້າຍ. ດອກຝ້າຍ ພາຍຫຼັງການເກັບ​ກ່ຽວມາໄດ້​ແລ້ວ ຊາວ ບານາ ເອົາ​ມາ ຕາກແດດ 3 ມື້ແລ້ວເອົາໄປໃສ່​ເຄື່ອງປັ່ນ​ເອົາ​ນວນ​ຝ້າຍ . ພິເສດ, ເຂົາເຈົ້າໄດ້ນຳ​ໃຊ້ນ້ຳເຜີ້ງທາໃສ່ນວນ​ຝ້າຍ ເພື່ອໃຫ້​ເສັ້ນ​ຝ້າຍ​ມື່ນ​ດີ. ຈາກ​ບັນ​ຫາ​ດັ່ງ​ກາ​່ວ​ຈື່ງ​ເຮັດ​ໃຫ້​ມີຄວາມ​ແຕກ​ຕ່າງ​​ຊຸດ​ຊົນ​ເຜົ່າ ບານາ ​ທຽບ​ໃສ່​ຊຸດ​ຂອງຊົນເຜົ່າອື່ນໆ. 
ການ​ປະ​ດັບ ແລະ ລວດລາຍຕ່າງໆ ໄດ້ແສ່ວ​ເຂົ້າໃນ ຊຸດອາພອນແມ່ຍິງປະຈຳເຜົ່າບານາ.

ມຸມ​ຫນຶ່ງ​ຂອງຮູບພາບຕົ້ນ ເນວ​ທີ່ ໄດ້ແສ່ວໃນຊຸດອາ ພອນຂອງ​ຊົນເຜົ່າ ບານາ.

ໃນງານບຸນ​​ປະ​ເພ​ນີຕ່າງໆທີ່ຊົນເຜົ່າ ບານາຈັດ​ຂຶ້ນ, ຊຸດອາພອນປະຈຳເຜົ່າ​ເປັນ​ສ່ວນ ໜຶ່ງທີ່ສຳຄັນ ໃນ​ການສ້າງ ເອ​ກະ​ລັກ ດ້ານວັດທະນະທຳ ສະເພາະ.

ນາງສາວຊົນ​ເຜົ່າ ບານາ ອີ ລີ ສີ​ສົດ​ໃສບ່ຽງ​ໃສ່ ຊຸດອາພອນປະ​ເພ​ນີ​ຂອງ​ຊົນເຜົ່າຕົນ.

ດ້ວຍ 3 ສີຕົ້ນຕໍຄື: ເຫຼືອງ, ແດງ ແລະ ດຳ ໄດ້ເຮັດ​ໃຫ້​ຊຸດ​ມີ​ສີ​ໂດດ​ເດັ່ນ​ໃນຊຸດອາພອນ​ຊົນເຜົ່າ ບານາ.

ເພດຊາຍເຜົ່າ ບານາ ໃນຊຸດອາພອນປະຈຳເຜົ່າ. 

ເພດຍິງເຜົ່າ ບານາ ສວຍງາມໃນຊຸດອາ ພອນປະ ຈຳເຜົ່າ.

ເພດຍິງເຜົ່າ ບານາ ໃນຊຸດອາພອນປະຈຳເຜົ່າ ກຳ​ລັງ ສະແດງສິລະປະໃນມື້ງານບຸນ. 

ຊຸດອາພອນປະຈຳເຜົ່າຂອງຊາວ ບານາ ​ແລະ ງານບຸນ ແມ່ນຕິດພັນ​ກັນມາ​ຕະ​ຫລອດ.

ຊຸດອາພອນຂອງຜູ້ເຖົ້າບ້ານ ປະຈຳເຜົ່າ ບານາ. 


ຈຸດເດັ່ນໃນຊຸດອາພອນປະຈຳເຜົ່າຂອງຊາວ ບານາ ແມ່ນບັນດາ​ລວດລາຍດອກ​ທີ່ໄດ້ປັກແສ່ວໃສ່ສິ້ນ ແລະ ເສື້ອ. ຜູ້ຊາຍ​ເຜົ່າ ບານາ ມັກ​ນຸ່ງເສື້ອຊຸບ​ຫົວ, ຄໍ​ປາດ. ເປັນ​ປະ​ເພດ​ເສື້ອແຂນສັ້ນ, ​ຕົວ​ເສື້ອ​ຖືກ​ປະ​ດັບ​ດ້ວຍ​ລາຍ​ແຊກສີ​ແດງ,  ຕີນເສື້ອມີລາຍແຊກສີຂາວ. ດ້ານຫຼັງ​ເສື້ອຖັກ​ແສ່ວຮູບຕົ້ນ ເນວ, ປີກເສື້ອປະດັບ ດ້ວຍລາຍດອກເບັນຈາມາດ. ຜູ້ຊາຍເຜົ່າ ບານາ ນຸ່ງກະຕ້ຽວ ຮູບ​ໂຕ T, ຫົວຄຽນ​ຜ້າແພ​ຄືຫົວຂວານ.
 
ສຳລັບເສື້ອ ແລະ ສິ້ນຂອງແມ່ຍິງ, ຊາວ ບານາ ມັກປະ ດັບລວດລາຍຕາມທາງຂວາງ. ລາຍເສັ້ນທີ່​ເປັນ​ສີຂາວ ສ່ວນຫຼາຍມັກ​ແສ່ວໃສ່​ກາງພືນເສື້ອ ແລະ ສິ້ນ. ແຂນ ເສື້ອ ແລະ ຕີນສິ້ນປະດັບ ດ້ວຍລາຍດອກ. ສາຍແອວ ກໍ່ແສ່ວ​ລວດ​ລາຍ ມີ​ຍອຍ​ຍາວ​ຢູ່​ສອງ​ສົ້ນ​ສາຍ​ແອວ ​ເວ​ລາຮັດແອວຈະ ຍອຍຍາວ ລົງດ້ານ​ຫລັງສອງຂ້າງ.
 
ເພື່ອເຮັດໃຫ້ຊຸດອາພອນປະຈຳເຜົ່າມີ​ຄວາມສົດ​ໃສ​ຍີ່ງ​ຂຶ້ນ, ຫລາກຫຼາຍ​ສີ​ສັນ​ລວດ​ລາຍ, ຊາວ ບານາ ໄດ້ ມີການ ຄັດເລືອກ ວັດຖຸດິບຢ່າງພິ​ຖີ​ພິ​ຖັນ ແລະ ລະ ອຽດ. ໂດຍໄດ້ເລືອກຈາກຕົ້ນໄມ້ທີ່ມີໃນທຳມະຊາດຄື: ສີເຫຼືອງແມ່ນເອົາມາຈາກ​ຫົວ Ktron, ສີຂາວເອົາມາ ຈາກຫົວ Kxan ແລະ ອື່ນໆ.
  
ກໍ່ຕາມອ້າຍ ຮວ່າງດິ່ງຈູງ (ພະ​ແນກມໍ ລະດົກ ຂຶ້ນ ກັບ ພະ ແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກອມຕູມ), ຊຸດອາພອນປະຈຳເຜົ່າຂອງຊາວ ບານາ ໄດ້ນຳໃຊ້ 3 ສີຕົ້ນຕໍ່ຄື:  ສີເຫຼືອງ, ສີແດງ ແລະ ສີດຳ. ສີແດງສະແດງເຖິງຄວາມ​ແຂງແຮງ, ຄວາມຮັກ. ສີຂາວສະແດງເຖິງຄວາມຫວັງ, ຄ​ວາມ​ໄ​ຝ່​ຝັນ ແລະ ສີດຳສະແດງ​ເຖິງ ອຳນາດ, ພະ​ລັງ​ແຮງ​ຂອງ​ພູ​ຜາ​ປ່າ​ໄມ້, ຂອງ​ທຳ​ມະ​ຊາດ. ໃນ 3 ສີນີ້, ຊາວ ບານາ ຖືສີດຳແມ່ນມີ​ຄວາມສຳຄັນກວ່າໝູ່ ແລະ ເຄົາລົບ ບູ​ຊາຄືດັ່ງເປັນ​ພະລັງແຮງອະພິທຳມະຊາດ.

ບົດ: ກວິ່ງແອງ - ພາບ: ຈີ້ງວັນໂປ້

 


top