ຂ່າວສານ

ການປະຊຸມຈັດກຽມເພື່ອກອງປະຊຸມສຸດຍອດອາຊຽນ ແລະບັນດາກອງປະຊຸມກ່ຽວຂ້ອງ

ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວູໂຮ່ ນຳຫນ້າ ໄດ້ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.

ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວູໂຮ່ ນຳຫນ້າ ໄດ້ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.

    

ເຈົ້າຫນ້າທີ່ອາວຸໂສອາຊຽນ ເຂົ້າຮ່ວມກອງປະຊຸມຈັດກຽມ

ແຕ່ວັນທີ 4 ຫາວັນທີ 7 ຕຸລາ ປີ 2022, ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ, ດຳເນີນກອງປະຊຸມປຶກສາຫາລືຮ່ວມ ຂອງ ອາຊຽນ, ເຈົ້າຫນ້າທີ່ງອາວຸໂສ ອາຊຽນ, ອາຊຽນ + 3, ອາຊຽນ -ສະຫະພາບເອີລົບ (ອີຢູ) ແລະ ບັນດາປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ກຸ່ມປະຕິບັດງານອາຊຽນ ກ່ຽວກັບເລື່ອງ Timor Lesteຂໍເຂົ້າເປັນສະມາຊິກ ອາຊຽນ ແລະ ກຸ່ມປະຕິບັດງານອາຊຽນ ກ່ຽວກັບກໍລະນີດ່ວນດ້ານການແພດປ້ອງກັນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວູໂຮ່ ນຳຫນ້າ ໄດ້ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.

ຈຸດສຸມຂອງບັນດາກອງປະຊຸມຄັ້ງນີ້ ແມ່ນສຳຫລວດກວດຄືນວຽກງານກະກຽມເບື້ອງຕົ້ນໃຫ້ແກ່ກອງປະຊຸດສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງຊື່ງຈະດຳເນີນແຕ່ວັນທີ 10 – 13 ພະຈິກປີ 2022 ຢູ່ ກຳປູເຈຍ. ເຈົ້າຫນ້າທີ່ອາວຸໂສ ອາຊຽນ ປຶກສາຫາລືບັນດາບຸລິມະສິດຂອງອາຊຽນ ໃນປີ 2022, ຕີລາຄາໝາກຜົນການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ ປີ 2025 ແລະ ບັນດາແຜນການສັງລວມໃນ 3 ເສົາຄ້ຳ ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ວັດທະນະທຳ - ສັງຄົມ. ບັນດາປະເທດກໍ່ໄດ້ສະຫລະເວລາປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ ຊຶື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)


top