(ການປະຊຸມຂ່າວກ່ຽວກັບການເລືອກຕັ້ງ
ສະມາຊິກສະພາແຫ່ງຊາດລາວຊຸດທີ13)
ຕອນບ່າຍວັນທີ 15/02, ຢູ່ນະຄອນຫຼວງວຽງຈັນ, ສະພາເລືອກຕັ້ງແຫ່ງຊາດລາວ ໄດ້ຈັດການປະຊຸມຂ່າວປະກາດບັນຊີລາຍຊື່ ຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 13 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ. ດ.ຣ ກຸແກ້ວ ອັກຄະມົນຕີ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ, ໂຄສົກສະພາເລືອກຕັ້ງສະພາແຫ່ງຊາດລາວ ໄດ້ປະກາດວ່າ, ປະທານປະເທດລາວ ໄດ້ອອກລັດຖະດຳລັດລົງວັນທີ 30/12/2015 ກ່ຽວກັບເລື່ອງເປັນເອກະພາບ ວັນທີ 20/03 ຈະມາເຖິງ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 13 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຢູ່ 18 ເຂດເລືອກຕັ້ງໃນທົ່ວປະເທດລາວ, ຍອດຈຳນວນຜູ້ສະໝັກເລືອກຕັ້ງແມ່ນ 211 ຄົນ. ຜູ້ມີສິດເລືອກຕັ້ງຈະປ່ອນບັດເລືອກຕັ້ງ 149 ຄົນທີ່ເປັນຕົວແທນໃຫ້ຕົນຢູ່ສະພາແຫ່ງຊາດລາວ ຊຸດທີ 13.
(ແຫຼ່ງຄັດຈາກ VOV)