ຂ່າວສານ

ການບິນ ຫວຽດນາມ ຈະຟື້ນຟູໄວກ່ວາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອື່ນ

      ຕາມການຕີລາຄາຂອງ Fitch Ratings, ຂະແໜງການບິນ ຫວຽດນາມ ຈະຟື້ນຟູ ໄວກ່ວາບັນດາຕະຫລາດອາຊີຕາເວັນອອກສ່ຽງໃຕ້ອື່ນ, ຍ້ອນມີການຄວບຄຸມໂລກລະບາດໄດ້ເປັນຢ່າງດີໃນໄລຍະຜ່ານມາ.

ພາບປະກອບ/ເຢີນຈີ໊
      ອົງການດັ່ງກ່າວ ໄດ້ນຳໃຊ້ດັດຊະນີ RPK, ໝາຍຄວາມວ່າ ແມ່ນລວມຍອດໄລຍະທາງບິນຂອງຜູ້ໂດຍສານທັງໝົດເພື່ອຍົກອອກຂໍ້ສັງເກດ. ຕາມນັ້ນແລ້ວ, ການຄາດຄະເນ RPK ຢູ່ ຫວຽດນາມ ຈະບັນລຸ 55% ລະດັບພື້ນຖານໃນປີນີ້ ແລະ ຟື້ນຟູບັນລຸເຖິງ 90% ໃນປີໜ້າ.
        ຕາມຜູ້ຕາງໜ້າ Vietnam Airlines ແລ້ວ, ເມື່ອການແຜ່ລະບາດຂອງໂລກລະບາດໂຄວິດ-19 ຄັ້ງທີ 2 ຄ່ອຍໆໄດ້ຮັບການຄວບຄຸມເປັນຢ່າງດີ, ຈຳນວນຜູ້ໂດຍສານໄປມາດ້ວຍທາງການບິນໄດ້ຟື້ນຟູຢ່າງວ່ອງໄວ. ໃນເດືອນ ສິງຫາ ຜ່ານມາ, Vietnam Airlines ໄດ້ຂົນສົ່ງຜູ້ໂດຍສານເກືອບ 550.000 ຄົນ.
 (ແຫຼ່ງຄັດຈາກ VOV)


top