ຂ່າວສານ

ການບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງລັດໃຫ້ປະເທດລາວ

      ແຕ່ 19 ປີມານີ້, ສະຖາບັນການປົກຄອງແຫ່ງຊາດ ໄດ້ຮັບການມອບໝາຍຈາກລັດຖະບານ ຫວຽດນາມ ເພື່ອປະຕິບັດໜ້າທີ່ບຳລຸງສ້າງ, ຝືກອົບຮົມພະນັກງານຄຸ້ມຄອງລັດໃຫ້ ສປປ ລາວ, ບົນພື້ນຖານສັນຍາແຫ່ງການຮ່ວມມືທີ່ໄດ້ລົງນາມ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ສປປ ລາວ.
ວຽກງານບຳລຸງສ້າງ, ຝຶກອົບຮົມຖັນແຖວພະນັກງານໃຫ້ແກ່ລາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ
              ທີ່ພິທີຕ້ອນຮັບບຸນປີໃໝ່ ພສ 2561, ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ, ຮອງຜູ້ອຳນວຍການສະຖາບັນການປົກຄອງແຫ່ງຊາດ ໄດ້ຕີລາຄາສູງນ້ຳໃຈ, ຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມໃນການຮ່ຳຮຽນຂອງນັກສຶກສາລາວ, ສະແດງໃຫ້ເຫັນໃນການເຂົ້າຮ່ວມບັນດາການເຄື່ອນໄຫວຮ່ຳຮຽນ ແລະ ຄົ້ນຄ້ວາ, ສຳຫຼວດ ຕາມຫຼັກສູດຢ່າງຕັ້ງໜ້າລາຍການກໍ່ຄືໝາກຜົນແຫ່ງການຮ່ຳຮຽນຂອງນັກສຶກສາ. ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ ຍັງໃຫ້ຮູ້ຕື່ມອີກວ່າ: ເມື່ອຮ່ຳຮຽນຢູ່ສະຖາບັນການປົກຄອງແຫ່ງຊາດ ຫວຽດນາມ ນັ້ນ, ບັນດານັກສຶກສາລາວ ໄດ້ເລືອກເຟັ້ນຮຽນຂະແໜງຕ່າງໆຄື: ບໍລິຫານລັດ, ຄຸ້ມຄອງລັດ, ການເງິນແຫ່ງລັດ, ນະໂຍບາຍລັດ, ຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງເສດຖະກິດ…
        ແຕ່ລະປີ, ສະຖາບັນການປົກຄອງແຫ່ງຊາດໄດ້ຊ່ວຍປະເທດລາວ ບຳລຸງສ້າງພະນັກງານຂັ້ນກາງ 20 ຄົນ, ປະລິຍາຕີ 30 ຄົນ, ປະລິຍາໂທ 20 ຄົນ ແລະ 2 - 3 ຄົນຄົ້ນຄ້ວາປະລິຍາເອກ. ໃນບັນດານັກສຶກສາພວມເຂົ້າຮ່ວມການບຳລຸງສ້າງຂັ້ນປະລິຍາຕີ, ປະລິຍາໂທ, ປະລິຍາເອກຢູ່ສະຖາບັນມີປະມານກ່ວາ 100 ຄົນ. ນັກສຳມະນາກອນ, ນັກສຶກສາລາວ ມີສະຕິໃນການຮ່ຳຮຽນ ແລະ ຝຶກຝົນຫລໍ່ຫຼອມຕົນເອງເປັນຢ່າງດີ, ມີນັກສຳມະນາກອນ, ນັກສຶກສາລາວ ປ້ອງກັນບົດນິພົນບັນລຸໄດ້ຜົນງານດີເລີດ. ຍ້ອນມີວັດທະນະທຳ ແລະ ແບບແຜນການດຳລົງຊີວິດທີ່ຄ້າຍຄືກັນຫຼາຍຢ່າງ ແລະ ມີມູນເຊື້ອມິດຕະພາບລະຫວ່າງ 2 ຊາດນັ້ນ, ນັກສຳມະນາກອນ ແລະ ນັກສຶກສາລາວ ໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມການບຳລຸງສ້າງ ແລະ ການດຳລົງຊີວິດຢູ່ ຫວຽດນາມ ຢ່າງວ່ອງໄວ.
        ພາຍຫຼັງຮຽນຈົບຈາກສະຖາບັນການປົກຄອງແຫ່ງຊາດ ຫວຽດນາມ ແລ້ວ, ມີນັກສຳມະນາກອນ, ນັກສຶກສາລາວ ຫຼາຍຄົນກັບເມືອປະເທດ ໄດ້ໝູນໃຊ້ບັນດາຄວາມຮູ້, ທັກສະທີ່ເກັບກຳມາໄດ້ຈາກການຮ່ຳຮຽນ ເຂົ້າໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ ແລະ ໄດ້ນຳມາເຊິ່ງບັນດາການປ່ຽນແປງຕັ້ງໜ້າໃນການຄຸ້ມຄອງບໍລິຫານ ຢູ່ທ້ອງຖິ່ນຂອງຕົນ. 
      ນອກຈາກຄວາມຮັບຜິດຊອບກ່ຽວກັບການບຳລຸງສ້າງ ແລະ ຝຶກອົບຮົມແລ້ວ, ຍາມໃດສະຖາບັນກໍ່ເອົາໃຈໃສ່ເຖິງເງື່ອນໄຂການຮ່ຳຮຽນ ກໍ່ຄືຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງບັນດານັກສຳມະນາກອນ, ນັກສຶກສາລາວ ໃນວິວັດການຮ່ຳຮຽນຢູ່ ຫວຽດນາມ. ເອື້ອຍ ຫງວຽນທູເຮືອງ, ສັງກັດຫ້ອງການຄຸ້ມຄອງນັກສຶກສາ ໃຫ້ຮູ້ວ່າ:
        ສະຖາບັນໄດ້ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ບັນດານັກຮຽນ, ນັກສຶກສາ ລາວ. ນອກຈາກວຽກງານບຳລຸງສ້າງແລ້ວ, ພວກຂ້າພະເຈົ້າຍັງໄດ້ເອົາໃຈໃສ່ເຖິງເງື່ອນໄຂການກິນ, ການຢູ່ ແລະ ການສົ່ງເສີມສຸຂະພາບໃຫ້ແກ່ພວກອ້າຍນ້ອງນັກສຶກສາລາວ.  ນັກສຶກສາລາວ ໄດ້ດຳລົງຊີວິດແຕ່ 3 – 4 ຄົນ/ຫ້ອງ, ໃນຂະນະທີ່ນັກສຶກສາ ຫວຽດນາມ ດຳລົງຊີວິດແຕ່ 6 – 8 ຄົນ/ຫ້ອງ. ນອກຈາກນັ້ນ, ໃນຫ້ອງຍັງມີແອເຢັນ, ໝໍ້ນ້ຳຮ້ອນ, ອິນເຕີເນັດ ແລະ ເຮືອນຄົວຮັບໃຊ້ສະເພາະນັກສຶກສາລາວ ນຳອີກ.
ພິທີບາສີສູ່ຂວັນຢູ່ສະຖາບັນການປົກຄອງແຫ່ງຊາດ
      ການເຄື່ອນໄຫວຮ່ຳຮຽນ, ຄົ້ນຄ້ວາຢູ່ສະຖາບັນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນຕ້ອງນຳໃຊ້ພາສາ ຫວຽດ ກ່ຽວກັບດ້ານວິຊາການ, ໃນຂະນະທີ່ນັກສຶກສາລາວເວົ້າ, ຂຽນພາສາ ຫວຽດ ຍັງບໍ່ໄດ້ຫຼາຍປານໃດ, ວັດຈະນານຸກົມ, ເອກະສານເປັນພາສາ ລາວ ຍັງຈຳກັດຢູ່. ເພື່ອຊ່ວຍໃຫ້ບັນດາເພື່ອນລາວ ແກ້ໄຂສະພາບການດັ່ງກ່າວ ແລະ ເຊື່ອມຕົວຢ່າງວ່ອງໄວນັ້ນ, ນອກຈາກຊົ່ວໂມງຂຶ້ນຫ້ອງປົກກະຕິແລ້ວ, ບັນດາຄູອາຈານ ແລະ ຄະນະຊາວໜຸ່ມໄດ້ມອບໜ້າທີ່ໃຫ້ບັນດານັກສຶກສາ, ສະມາຊິກຊາວໜຸ່ມດີເດັ່ນຊ່ວຍເພື່ອນລາວ ໃນການຮ່ຳຮຽນຢູ່ຫໍພັກ. 
      ໃນເວລາຈະມາເຖິງ, ສະຖາບັນສືບຕໍ່ເປີດກ້ວາງການບຳລຸງສ້າງ, ຝຶກອົບຮົມໃຫ້ນັກສຳມະນາກອນ, ນັກສຶກສາລາວ ກ່ຽວກັບທັກສະໃນການປະຕິບັດວຽກງານ, ທັກສະໃນການຄຸ້ມຄອງແຫຼ່ງຊັບພະຍາກອນມະນຸດ, ທັກສະໃນການຊີ້ນຳນຳພາ… ສະຖາບັນກໍ່ມີແຜນການສ້າງຕັ້ງສະມາຄົມຕິດຕໍ່ພົວພັນອະດີດນັກສຶກສາ ລາວ ທີ່ເຄີຍຮ່ຳຮຽນຢູ່ສະຖາບັນ ເພື່ອເພີ່ມທະວີການຮ່ວມມື, ການພົວພັນແລກປ່ຽນລະຫວ່າງນັກສຳມະນາກອນ ກັບນັກສຳມະນາກອນ ແລະ ນັກສຶກສາ ກັບ ຄູອາຈານ, ເປັນການຮັດແໜ້ນນ້ຳໃຈຮ່ວມມືມິດຕະພາບລະຫວ່າງ 2 ຝ່າຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)



 

top