ຂ່າວສານ

ການນໍາຂັ້ນສູງ ລາວ ຢືນຢັນ ຈະພ້ອມກັບ ຫວຽດນາມ ຮັກສາການພົວພັນແບບພິເສດ ລາວ - ຫວຽດນາມ

ລາວ ຈະພ້ອມກັບ ຫວຽດນາມ ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ ແລະ ຖ່າຍທອດໃຫ້ຄົນລຸ້ນຕໍ່ໆໄປ ກ່ຽວກັບການພົວພັນອັນດີງາມແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງ ປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ, ໂດຍທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມນໍາໜ້າ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ (ພາບ:TTXVN)

ທີ່ບັນດາການພົບປະກັບການນໍາລາວ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຢູ່ລາວ ຢ່າງຮອບດ້ານ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກໃນກິດຈະການປ່ຽນແປງໃໝ່.  ຫວຽດນາມ ຈະສົມທົບກັບ ລາວ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ ແລະ ປະຕິບັດຂໍ້ຕົກລົງສະບັບຕ່າງໆລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ໃຫ້ມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ລາວ ຈະພ້ອມກັບ ຫວຽດນາມ ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ ແລະ ຖ່າຍທອດໃຫ້ຄົນລຸ້ນຕໍ່ໆໄປ ກ່ຽວກັບການພົວພັນອັນດີງາມແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. 

(ແຫຼ່ງຄັດຈາກ VOV)


top