ຂ່າວສານ

ການນຳຫວຽດນາມ ຕ້ອນຮັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ

ໃນໄລຍະຈະມາເຖິງ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ຝ່າຍ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ຫວາງອີ ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ. (ພາບ: TTXVN)

ຕອນບ່າຍວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງອີ ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 13 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ຈີນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນພັກ, ລັດ ຫວຽດນາມ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ  ເປັນສຳຄັນ.  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ຝ່າຍ; ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນຢ່າງສົມເຫດສົມຜົນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ໄດ້ແຈ້ງໃຫ້ຊາບບັນດາຄວາມຮັບຮູ້ລວມ ແລະ ໝາກຜົນສຳຄັນເຊິ່ງ 2 ຝ່າຍບັນລຸໄດ້ທີ່ວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການຮ່ວມມື 2 ຝ່າຍຫວຽດນາມ - ຈີນ; ຖືວ່າ 2 ຝ່າຍຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ. (ພາບ: TTXVN)

ແລະກໍ່ໃນຕອນບ່າຍວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ຈີນ ສືບຕໍ່ໜູນຊ່ວຍວັກຊິນ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ຈີນ ສ້າງຄວາມສະດວກໃນການແລກປ່ຽນສິນຄ້າຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນສິນໃນນ້ຳ, ໝາກໄມ້… ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, 2 ຝ່າຍຄວນຊີ້ນຳບັນດາກຳລັງປະຕິບັດກົດໝາຍຢູ່ທະເລຈົ່ງປະຕິບັດຕາມຄວາມຮັບຮູ້ລວມຂັ້ນສູງ, ມານະພະຍາຍາມແກ້ໄຂຢ່າງສົມເຫດສົມຜົນ, ຄວບຄຸມ ແກ້ໄຂຄວາມບໍ່ລົງລອຍກັນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບບົນທະເລ, ເຄົາລົບກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລ ແລະ ການບິນ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top