ຂ່າວສານ

ການນຳຫລາຍປະເທດອວຍພອນທ່ານ Joe Biden

      ປະມຸກລັດຫລາຍທ່ານຂອງບັນດາປະເທດ ເອີລົບ ກໍ່ຄືສະຫະພາບ ເອີລົບ ລ້ວນແຕ່ສົ່ງຄຳອວຍພອນ ທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ.

ທ່ານ Joe Biden ປະທານາທິບໍດີ ອາເມລິກາ ຄົນໃຫມ່
ພາບ: TTXVN
      ທ່ານ ນາຍົກລັດຖະມົນຕີ ການາດາ Justin Trudeau ແມ່ນຫນຶ່ງໃນບັນດາການນຳໂລກທຳອິດ ສົ່ງຄຳອວຍພອນເຖິງທ່ານ Joe Biden. ໃນສື່ສັງຄົມອອນລາຍ Twitter , Justin Trudeau ໄດ້ຂຽນວ່າ: “ຂໍອວຍພອນທ່ານ Joe Biden ແລະ ທ່ານນາງ  Kamala Harris. ສອງປະເທດພວກເຮົາແມ່ນເພື່ອນມິດ, ຄູ່ຮ່ວມມື ແລະ ພັນທະມິດໃກ້ຊິດສະຫນິດສະຫນົມ. ພວກເຮົາມີສາຍພົວພັນພິເສດໃນເວທີສາກົນ. ຂ້າພະເຈົ້າລໍຄອຍໄດ້ຮ່ວມມື ແລະ ສ້າງສາຍພົວພັນນັ້ນພ້ອມກັບສອງທ່ານ.     
  ໃນຂະນະນັ້ນ ປະທານາທິບໍດີ ໂກລົມບີ Ivan Duque ອວຍພອນໃຫ້ທ່ານ Joe Biden ແລະ ທ່ານນາງ  Kamala Harris ປະສົບຜົນສຳເລັດໃນອາຍຸການຈະມາເຖິງ ແລະ ໃຫ້ຮູ້ວ່າ: ໂກລົມບີ ຈະສືບຕໍ່ຮ່ວມມືກັບ ອາເມລິກາ ເພື່ອເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລວມໃນບັນດາຂົງເຂດ ການຄ້າ, ສິ່ງແວດລ້ອມ, ຄວາມໝັ້ນຄົງ ແລະ ການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.
ນອກນັ້ນ ປະມຸກລັດຫລາຍທ່ານຂອງບັນດາປະເທດ ເອີລົບ ກໍ່ຄືສະຫະພາບ ເອີລົບ ລ້ວນແຕ່ສົ່ງຄຳອວຍພອນ ທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ.
ປະທານາທິບໍດີ ສເກົາຫລີ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງຄຳອວຍພອນມາຍັງທ່ານ Joe Biden ແລະ ປາດຖະຫນາຢາກສືບຕໍ່ຮ່ວມມືກັບລັດຖະບານໃຫມ່ຢູ່ ອາເມລິກາ.
(ແຫຼ່ງຄັດຈາກ VOV)


top