ຂ່າວສານ

ການນຳສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານປະຫວັດສາດກອງພົນນ້າຍ 52 ໄຕຕ໋ຽນ

      ຕອນເຊົ້າວັນທີ 7 ກໍລະກົດ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ 
ການນຳສະພາແຫ່ງຊາດ ຫວຽດນາມ ແລະ ລາວ
ຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານປະຫວັດສາດກອງພົນນ້າຍ 52 ໄຕຕ໋ຽນ (ພາບ: TTXVN)
      ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກ, ລັດ, ສະພາແຫ່ງຊາດ ລາວ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດກອງພົນນ້ອຍ 52 ໄຕຕ໋ຽນ ໃນເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ. ເມື່ອຂຽນບັນທຶກໃນປື້ມທີ່ລະນຶກ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ຢືນຢັນວ່າ ເຂດປູຊະນີຍະສະຖານນີ້ ແມ່ນສັນຍາລັກຂອງສາຍພົວພັນຮ່ວມມື, ສຳພັນທະມິດສູ້ຮົບລະຫວ່າງກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ . 2 ປະເທດ ລາວ - ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດໃຫ້ນັບມື້ນັບແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງ 2 ຊາດ.
(ແຫຼ່ງຄັດຈາກ VOV)

top