ຂ່າວສານ

ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ

ຕອນບ່າຍວັນທີ2 ກຸມພາ, ຄະນະການນຳຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ຄະນະທູດທະຫານຂອງ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ການນຳ, ຜູ້ບັນຊາການ, ແລະ ພະນັກງານ ຂອງ ພົນລະພາກຫຼວງ11 ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ພວມກໍ່ສ້າງໂຄງການຫໍສະພາແຫ່ງຊາດໃໝ່ຂອງ ລາວ.


ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ

ໂຄງການນີ້ມີຄວາມໝາຍສຳຄັນພິເສດທາງດ້ານການເມືອງໂດຍເປັນຂອງຂັວນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ, ປະຊາຊົນ ລາວ.

        ໂຄງການນີ້ມີເນີ້ອທີ່ໜ້າພຽງ 23.400 ຕາລາງແມັດ, ຕັ້ງຢູ່ຂ້າງ ທາດຫຼວງ, ເຊິ່ງເປັນໂຄງການພຸດທະສາສະໜາໃຫຍ່ທີສຸດຂອງ ລາວ ແລະ ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ຄວາມວັດທະນາຖາວອນຂອງປະເທດດອກຈຳປາທີ່ສວຍງາມ.
 

(ແຫຼ່ງຄັດຈາກ VOV)


top