ຕອນບ່າຍວັນທີ 30 ສິງຫາ ຢູ່ສຳນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຢູ່ ນະຄອນຫລວງ ວຽງຈັນ, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ
ສາດສະດາ ປອ ຫງວຽນຊວນທັງ ແລະ ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດລາວ
ໂດຍ ສາດສະດາຈານ ປອ ຫງວຽນຊວນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ ນຳຫນ້າ ແລະ ຄະນະຜູ້ແທນສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໂດຍ ສາດສະດາຈານ ປອ ຫງວຽນກວາງທວນ, ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ນຳຫນ້າ ເນື່ອງໃນໂອກາດສອງຄະນະ ເຂົ້າຮ່ວມກອງປະສຳມະນາວິທະຍາສາດ “ແນວຄິດປະທານໂຮ່ຈິມີນ ກັບການປະຕິວັດຫວຽດນາມ - ແນວຄິດ ປະທານໄກສອນ ພົມວິຫານ ກັບການປະຕິວັດລາວ”. ທີ່ການຕ້ອນຮັບ, ທ່ານ ພັນຄຳ ວິພາວັນ ເນັ້ນຫນັກວ່າ ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນໃນວຽກງານຄົ້ນຄ້ວາຂອງທັງສອງຝ່າຍ. ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ກໍ່ປາດຖະຫນາວ່າ ນອກຈາກເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ບັນດາຜູ້ແທນກໍ່ຍາດເວລາສ່ວນຫລາຍເພື່ອໄປຢ້ຽມຢາມບັນດາທັດສະນີຍະພາບຢູ່ນະຄອນຫລວງ ວຽງຈັນ ແລະຊອກຮູ້ການພັດທະນາເສດຖະກິດສັງຄົມຢູ່ລາວ.
(ແຫຼ່ງຄັດຈາກ VOV)