ຂ່າວສານ

ການນຳລາວອວຍພອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ

ວັນທີ 30 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນ ຢູ່ສະຖານທູດ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ (03 ກຸມພາ 1930 – 03 ກຸມພາ 2019).


ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ ຢູ່ສະຖານທູດ ຫວຽດນາມ ປະຈຳລາວ (ພາບ:.nhandan.com.vn)

ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານນາງ ສູນທອນ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນລາວ ສຸດທີ່ພູມໃຈ ຕໍ່ບັນດາໄຊຊະນະ ແລະ ຜົນງານຂອງ ຫວຽດນາມ ພ້ອມທັງ ຖືວ່ານັ້ນເປັນແຫຼ່ງກຳລັງຊ່ວຍໃຫ້ລາວພັດທະນາ. ທ່ານນາງສູນທອນ ໄຊຍະຈັກ ກໍ່ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ , ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານອັນຍິ່ງໃຫຍກວ່າເກົ່າ ໃນພາລະກິດ ສ້າງສາ ແລະ ພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່, ສືບຕໍ່ນຳຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ ແລະ ສຳເລັດເປົ້າໝາຍເຮັດໃຫ້ປະຊາຊົນມີຄວາມຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂອບໃຈຄຳອວຍພອນທີ່ດີງາມ ຂອງການນຳ ແລະ ປະຊາຊົນລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງຊາດ ຫວຽດນາມ - ລາວ ໃນປີ 2019 ຈະສືບຕໍ່ໄດ້ຮັບການປັບປຸງຢ່າງເລິກເຊິ່ງກວ່າເກົ່າ.  

(ແຫຼ່ງຄັດຈາກ VOV)


top