ຂ່າວສານ

ການນຳພັກແລະລັດອວຍພອນເຫດການສະເຫຼີມສະຫຼອງວັນຊາດ ກຳປູເຈຍຄົບຮອບ 68 ປີ

      ໃນບັນດາໂທລະເລກແລະຈົດໝາຍອວຍພອນ, ຄະນະບໍລິຫານງານສຸນກາງພັກ ແລະການນຳຂັ້ນສູງຫວຽດນາມເຊື່ອໝັ້ນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກວ່າເກົ່າ, ສາມາດຄວບຄຸ່ມໂລກລະບາດໂຄວິດ 19 ຢ່າງສຳເລັດຜົນໂດຍໄວຟຶ້ນຟູແລະສືບຕໍ່ພັດທະນາເສດຖະກິດ - ສັງຄົມ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ Hunsen (ພາບ: VOV)
      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາຊະອານາຈັກ ກຳປູເຈຍຄົບຮອບ 68 ປີ (09/11/1953 – 09/11/2021), ວັນທີ 9 ພະຈິກ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະປະຈຳສູນກາງພັກ ປະຊາຊົນກຳປູເຈຍ; ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມຫງວຽນຟຸຈ້ອງໄດ້ມອບກະຕ່າດອກໄມ້ອວຍພອນເຖິງກະສັດ ກຳປູເຈຍ  Norodom Sihamoni ແລະທ່ານປະທານພັກປະຊາຊົນ ກຳປູເຈຍ Hunsen. ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນເຖິງກະສັດ ກຳປູເຈຍ  Norodom Sihamoni; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen; ທ່ານປະທານສະພາແຫ່ງຊາດຫວຽດນາມເວືອງດິງເຫ້ວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານປະທານສະພາສູງກຳປູເຈຍ Samdech Say Chhum ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin.
      ໃນບັນດາໂທລະເລກແລະຈົດໝາຍອວຍພອນ, ຄະນະບໍລິຫານງານສູນກາງພັກ ແລະການນຳຂັ້ນສູງຫວຽດນາມເຊື່ອໝັ້ນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກວ່າເກົ່າ, ສາມາດຄວບຄຸມໂລກລະບາດໂຄວິດ 19 ຢ່າງສຳເລັດຜົນໂດຍໄວ,  ຟຶ້ນຟູແລະສືບຕໍ່ພັດທະນາເສດຖະກິດ - ສັງຄົມ. ຄະນະບໍລິຫານງານສູນກາງພັກ ແລະການນຳຂັ້ນສູງຫວຽດນາມ ກໍຢັ້ງຢືນວ່າບົນພື້ນຖານສາຍພົວພັນຮ່ວມມືຢ່າງດີງາມ, ມິດຕະພາບເປັນມູນເຊື້ອລະຫວ່າງ 2 ຊາດ, ຫວຽດນາມຈະພ້ອມກັບກຳປຸເຈຍປົກປ້ອງ, ຮັກສາແລະເສີມສ້າງໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດແລະ ປະຊາຊົນ 2 ປະເທດນັບມື້ນັບພັດທະນາຢ່າງເລິກເຊີງ, ແທດຈີ່ງ, ນຳມາເຊີ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ເພື່ອການພັດທະນາແລະ ສະຖຽນລະພາບຢູ່ແຕ່ລະປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ພາກພື້ນແລະ ຢູ່ໃນໂລກ.
  (ແຫຼ່ງຄັດຈາກ VOV)

top