ຂ່າວສານ

ການນຳພັກ,ລັດ,ສະພາແຫ່ງຊາດຫວຽດນາມ ອວຍພອນການນຳພັກປະຊາຊົນປະຕິວັດລາວ

ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ໄດ້ເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 11, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກ ແລະ ຊໍ່ດອກໄມ້ໄປອວຍພອນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.(ພາບ: kpl.gov.la)

ວັນທີ 15 ມັງກອນ, ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ໄດ້ເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 11, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກ ແລະ ຊໍ່ດອກໄມ້ໄປອວຍພອນ.

ໃນໂທລະເລກມີຕອນຂຽນວ່າ: ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ແມ່ນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງທົ່ວພັກ, ທົ່ວປວງຊົນ ກໍຄືບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດການປະຕິວັດລາວ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຊື່ອໝັ້ນຢ່າງແນວແນ່ວ່າ, ພາຍໃຕ້ການຊີ້ນຳ, ນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍມີທ່ານ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ ແລະ ໃຫຍ່ຫຼວງກວ່າອີກ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ; ສ້າງປະເທດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳເອົາ ຜົນປະໂຫຍດມາໃຫ້ ປະຊາຊົນ 2 ປະເທດ,  ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະອວຍພອນເຖິງທ່ານທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສົ່ງໂທລະເລກອວຍພອນທ່ານນາງ ປານີ ຢາທໍ່ຕູ້ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງ.

(ແຫຼ່ງຄັດຈາກ VOV)


top