ຂ່າວສານ

ການນຳພັກ,ລັດຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ

ທ່ານນາງ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້100 ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄອບຄົວທຸກຍາກ.

(ທ່ານນາງ ຕ່ອງທິຟ໊ອງ ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ)

ເນື່ອງໃນໂອກາດບຸນເຕັດປີຊວດ 2020, ວັນທີ 30 ທັນວາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້100 ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄອບຄົວທຸກຍາກຢູ່ເຂດແຄມທະເລເມືອງ ຫວ້ານນິງ, ແຂວງແຄ໊ງຮ່ວາ.

          ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ, ກໍ່ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງ ລາວກາຍ ແລະ ບັນດາກຳລັງປະກອບອາວຸດໃນບໍລິເວນແຂວງ; ມອບຂອງຂວັນ 120 ພູດໃຫ້ບັນດາກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ກຸ່ມອຸດສາຫະກຳ ຕັ່ງຫຼອງ, ເມືອງ ບາວທັ໊ງ, ແຂວງລາວກາຍ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top