ຂ່າວສານ

ການນຳພັກ, ລັດເຂົ້າຮ່ວມລາຍການຖ່າຍທອດສົດ “ດວງດາວຮຸ່ງໃສພາທາງ” ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

ລາຍການເພື່ອຕອບບຸນແທນຄຸນບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ພ້ອມກັນນັ້ນ ເຊີດຊູບັນດາກຳລັງພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸມນັກຮົບເສຍສະຫຼະຊີວິດເພື່ອຊາດນັບທັງເວັນ ແລະ ຄືນ.

ຕອນ​ຄ່ຳ​ວັນ​ທີ 26 ກໍ​ລະ​ກົດ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026), ໄດ້​ຈັດ​ລາຍ​ການ​ຖ່າຍ​ທອດ​ສົດ “ດ​ວງ​ດາວ​ຮຸ່ງ​ໃສ​ພາ​ທາງ”. ລາຍ​ການ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ຮົບໄດ້​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ປະ​ເທ​ດ​ຊາດ, ພ້ອມ​ກັນ​ນັ້ນ ເຊີດ​ຊູ​ບັນ​ດາ​ກຳ​ລັງ​ພວມ​ປະ​ຕ​ິ​ບັດ​ໜ້າ​ທີ່​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາ​ມ​ສະ​ກຸມ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ນັບ​ທັ​ງ​ເວັນ ແລະ ຄືນ.

  ລາຍການຖ່າຍທອດສົດ “ດວງດາວຮຸ່ງໃສພາທາງ” ຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ແຫ່ງ​ຊາດ​ເສັ້ນ​ທາງ​ເລກ 9, ແຂວງ ກວາງ​ຈິ. (ພາບ: VNA)  

ລາຍ​ການ​ໄດ້​ເຊື່ອມ​ຕໍ່ 4 ຈຸດ, ລວມ​ມີ: ຕວຽນ​ກວາງ, ຮ່າ​ໂຮ້ຍ, ກວາງ​ຈິ້, ນະ​ຄອນ ໂຮ່​ຈີ​ມິນ. ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົ​ດ ຮ່າ​ໂນ້ຍ, ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ໃນ​ຂະ​ນະ​ນັ້ນ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ແຫ່ງ​ຊາດ ໄດ້​ເຂົ້າ​ຮ່ວມ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ນະ​ຄອນ ໂຮ່​ຈີ​ມິນ.

ທີ່​ລາຍ​ການ, ຜູ້​ຊົມ​ໄດ້​ຮັບ​ຊົມ​ສາ​ລະ​ຄະ​ດີ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນຳ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ເມືອ​ບ້ານ. ສິບ​ໂທ ເຈິ່ນ​ຈູງ​ທ້າຍ, ກອງ​ຮ້ອຍ​ປື​ນ​ໃຫຍ່ 14, ກອງ​ພັນ​ໃຫຍ່ 19, ກອງ​ພົນ 968, ທະ​ຫານ​ເຂດ 4 ​​ມີຄວາມຕື້ນ​ຕັນ​ໃຈ ແລະ ເອ​ກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ພ້ອມ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ກົມ​ກອງ​ເຂົ້າ​ຮ່ວມ​ລາຍ​ການ​ຢູ່​ສະ​ຖານ​ທີ່​ເຊື່ອມ​ຕໍ່​ແຂວງ ກວາງ​ຈິ້.

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​​ໃຈເມື່ອ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ຊອກ​ຫາ​ເພື່ອນ​ຮ່ວມ​ກົມ​ກອງ​ໃນ​​ໄລ​ຍະ​ສັນ​ຕິ​ພາບ. ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ, ສະ​ແດງ​ຫຼັກ​ສິນ​ທຳກິນ​ເຂົ້າ​ຄິດ​ຮອດ​ຄຸ​ນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນ​ນ້ຳ ທີ່​ມີ​ຕໍ່​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ, ສັນ​ຕິ​ພາບ​ໃນ​ມື້ນີ້”.

ສ່ວນ​ທ່ານ ໂດ້​ແທັງ​ເຕິມ, ​ນັກ​ຮົບ​ເກົ່າຢູ່​ແຂວງ ລາວ​ກາຍ, ພ້ອມ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ກົມ​ກອງ​ໄດ້​ໄປ​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ເສັ້ນ​ທາງ​ເລກ 9 ເຂົ້າ​ຮ່ວມ​ລາຍ​ການ, ແບ່ງ​ປັນ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ມາ​ແຫ່ງນີ້​ເພື່ອຢ​້ຽມ​ຢາມ​ສະ​ໜາມ​ຮົບ​ເກົ່າ, ຮູ​້​ສຶກ​​ສະ​ເທື່ອ​ນໃຈ​ຫຼາຍ, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ເພື່ອນ​ສະ​ຫາຍ, ເພື່ອ​ນ​ຮ່ວມ​ກົມ​ກອງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ອຸ​ທິດ​ເລືອດ​ເນື້ອ ແລະ ຊີ​ວິດ​ຂອ​ງ​ຕົນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕ​ິ​ພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັ​ນ​ເອ​ກະ​ພາບ.”


top