ຂ່າວສານ

ການນຳພັກ, ລັດຫລາຍປະເທດໄດ້ສົ່ງສານ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງທ່່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເຖິງແກ່ມໍລະນະກຳ

      ໂດຍໄດ້ຮັບຂ່າວວ່າ ທ່ານອະດີດເລຂາທິການໃຫຍ່ຄະນະບໍລະຫານງານສູນກາງພັກກອມມູນິດ ຫວຽດນາມ ເລຂາຟຽວ ເຖິງແກ່ມໍລະນະກຳ, ການນຳບັນດາປະເທດ, ບາງພັກການເມືອງໄດ້ສົ່ງສານ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານ ເລຂາຟຽວ.

 (ພາບປະກອບ / TTXVN)
      ໃນຈົດໝາຍສະແດງຄວາມເສົ້າສະຫຼົດໃຈສົ່ງເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່ພັກເຄື່ອນໄຫວປະຊາຊົນ ສິງກະໂປ ຫຼີຊຽນຫຼົງ ໄດ້ຖືວ່າ: ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນການນຳທີ່ມີຈິນຕະນາການ ແລະ ວິໄສທັດຢ່າງເລິກເຊິ່ງກ້ວາງຂວາງ. ທ່ານ ຫຼີຊຽນຫຼົງ ກໍຕີລາຄາສູງບົດບາດອັນສຳຄັນຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ທີ່ໄດ້ນຳການພົວພັນຮ່ວມມື 2 ຝ່າຍລະຫວ່າງ ສິງປະໂປ ແລະ ຫວຽດນາມ ພັດທະນາວ່ອງໄວ.
ທ່ານກຳມະການກົມການເມືອງຮັບຜິດຊອບການພົວພັນຕ່າງປະເທດພັກກອມມູນິດ ຝຣັ່ງ Lydia Samarbakhsh ;  ທ່ານປະທານພັກແນວໂຮມປົດປ່ອຍ    Mozambique, ປະທານາທິບໍດີ ສ. Mozambique Filipe Jacinto Nyusi ; ທ່ານປະທານສະພາຕ່ຳລາຊະອານາຈັກ Morocco Habib El Malki ; ທ່ານເລຂາທິການໃຫຍ່ Shah Alam ແລະ ທ່ານປະທານ Mujahidul Islam Selim ພັກກອມມູນິດ Bangladesh ; ພັກຂະບວນການເຂົ້າຮ່ວມມະຫາຊົນ  (MPP) Uruguay ; ທ່ານເລຂາທິການໃຫຍ່ Eladio RodriguezSolis ແລະ ທ່ານປະທານ Domingo Amparo ຂອງພັກປ່ຽນແປງ ແລະ ປັບປຸງແຫ່ງຊາດ (PCTN) ສ.Dominicana ກໍ່ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະລາຊົນ ຫວຽດນາມ. 
(ແຫຼ່ງຄັດຈາກ VOV)


top