ຂ່າວສານ

ການນຳພັກ, ລັດ ເຂົ້າຢ້ຽມສຸສານໄວ້ອາໄລປະທານໂຮ່ຈີມິນ

ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນຫລົ້ນເຫລືອ ຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງຂອງທ່ານປະທານໂຮ່ຈີມິນ, ເພີ່ນໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອປະຊາຊົນ, ປະເທດຊາດ, ນຳພາພັກ, ປະຊາຊົນຫວຽດນາມ ສ້າງໄດ້ໄຊຊະນະອັນສະຫງ່າລາສີ.
ການນຳພັກ, ລັດ ໄວ້ອາໄລປະທານໂຮ່ຈີມິນ (ພາບ: vietnamnet.vn)

ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ປີຂານ 2022, ແລະ ສະເຫລີມສະຫລອງ 92  ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ຕອນເຊົ້າວັນທີ 29 ມັງກອນ, ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານ ວາງພວງມາລາ ໄວ້ອາໄລທ່ານປະທານໂຮ່ຈີມິນ . ເຂົ້າຮ່ວມພິທີ, ມີທ່ານ ນົງດຶກແມ້ງ, ອະດີດເລຂາທິການໃຫຍ່, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດ ພ້ອມກັບການການນຳພັກ, ລັດ, ອະດີດການນຳພັກ, ລັດ ແລະ ບັນດາກະຊວງ, ຂະແຫນງການ, ອົງການຈັດຕັ້ງສູນກາງ.

ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນຫລົ້ນເຫລືອ ຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງຂອງທ່ານປະທານໂຮ່ຈີມິນ, ເພີ່ນໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອປະຊາຊົນ, ປະເທດຊາດ, ນຳພາພັກ, ປະຊາຊົນຫວຽດນາມ ສ້າງໄດ້ໄຊຊະນະອັນສະຫງ່າລາສີ.

ຕໍ່ຈາກນັ້ນ ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບເສຍສະຫລະຊີວິດເພື່ອຊາດ ຖະຫນົນບັກເຊີນ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)


top