ຂ່າວສານ

ການນຳພັກ, ລັດ ເຂົ້າຄ່ຳນັບສຸສານປະທານ ຮ່າຈີມິນ ເນື່ອງໃນໂອກາດບຸນເຕັດ ປີຊວດ 2020

      ຕອນເຊົ້າວັນທີ 22 ມັງກອນ, ເນື່ອງໃນໂອກາດບຸນເຕັດປີຊວດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານ ອາໄລຫາປະທານໂຮ່ຈີມິນ.

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານ ອາໄລຫາປະທານໂຮ່ຈີມິນ (ພາບ: TTXVN)
               ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມີ້ນ ໄດ້ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ຫຼັງຈາກນັ້ນ ຄະນະໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທີ່ ຖະໜົນບັກເຊີນ, ຮ່າໂນ້ຍ.
        ແລະກໍ່ໃນຕອນເຊົ້າວັນທີ 22 ມັງກອນ, ຄະນະຜູ້ແທນການນຳພັກ, ລັດ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກປະຕິວັດລຸ້ນກ່ອນ ແລະ ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ ມາຍຢິກ - ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

top