ຂ່າວສານ

ການນຳພັກ, ລັດ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ.

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ.

ໂດຍສະເຫຼີມສະຫຼອງ 75 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022), ຕອນເຊົ້າວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົນບັກເຊີນ, ຮ່າໂນ້ຍ) ແລະ ວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ.

        ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ… ພ້ອມກັບບັນດານັກປະຕິວັດຜູ້ອາວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

        ບັນດາຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນຜູ້ດີເດັ່ນຂອງຊາດທີ່ໄດ້ຕໍໍ່ສູ້, ເສຍສະຫຼະເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ເພື່ອສັງຄົມນິຍົມ ແລະ ພັນທະໜ້າທີ່ສາກົນອັນສູງສົ່ງ.

    

ບັນດາຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນຜູ້ດີເດັ່ນຂອງຊາດ

   ຈາກນັ້ນ, ຄະນະໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ຢ່າງສຸດຊຶ້ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ພາລະກິດການປະຕິວັດທີ່ສະຫງ່າລາສີຂອງພັກ ແລະ ຂອງຊາດ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຫຼາຍຄະນະ, ຂະແໜງການ, ໝູ່ຄະນະ, ບັນດາອົງການຢູ່ພາຍໃນ ແລະ ສາກົນ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທີ່ອະນຸສາວາລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top