ຂ່າວສານ

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງ ຈີນ

      ຕອນບ່າຍວັນທີ 18 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ການຕ້ອນຮັບພົນໂທ ຟ່ານແຈ໋ງຫລົງ ຮອງປະທານຄະນະພັກການທະຫານສູນກາງ ຈີນ ພວມຢູ່ຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ

ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບພົນໂທ ຟ່ານແຈ໋ງຫລົງ
      ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊົມເຊີຍຄະນະຜູ້ແທນຂັ້ນສູງກອງທັບ ຈີນ ທີ່ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4. ທ່ານ ຫງວຽນຟູຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ; ສະເໜີ 2 ຝ່າຍຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ບົນຈິດໃຈເຄົາລົບຜົນປະໂຫຍດ ແລະ ເຄົາລົບກົດໝາຍສາກົນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານພົນໂທ ຟ່ານແຈ໋ງຫລົງ
      ແລະກໍ່ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ກໍ່ໃຫ້ການຕ້ອນຮັບທ່ານພົນໂທ ຟ່ານແຈ໋ງຫລົງ . ທ່ານປະທານປະເທດ ເຊື່ອໝັ້ນວ່າ ໝາກຜົນແຫ່ງການຢ້ຽມຢາມ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ແນ່ນອນວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ຝ່າຍຫັນບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງເປັນລະອຽດ ເພື່ອນຳການພົວພັນຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດໃຫ້ນັບມື້ນັບມີປະສິດທິຜົນ, ເຂົ້າສູ່ລວງເລິກ.
        ສ່ວນທ່ານ ຟ່ານແຈ໋ງຫລົງ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ຜັນຂະຫຍາຍການປະຕິບັດຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງການນຳ 2 ພັກ, ລັດເຫັນດີເປັນເອກະພາບ, ໃນນັ້ນ ມີເລື່ອງຍູ້ແຮງການຮ່ວມມືລະຫວ່າງກອງທັບ 2 ປະເທດ. ທ່ານຟ່ານແຈ໋ງຫລົງ ຢັ້ງຢືນວ່າ ພັກ, ລັດ ແລະ ກອງທັບ ຈີນ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ. ກອງທັບ ຈີນ ຕັດສິນໃຈພ້ອມກັບກອງທັບ ຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

top