ຂ່າວສານ

ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດດ້ານສາສະໜາຖືກຕາມກົດໝາຍ
  (ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ວັດ ເຫວງຽມ)  

ວັນທີ 16 ມັງກອນ, ຢູ່ວັດ ເຫວງຽມ, ນະຄອນ ໂຮ່ຈີມິນ, ໂດຍຕາງໜ້າການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະມະຫາອາຈານ ທິກຈີກວາງ, ສາດສະດາສະພາສົງສະມາຄົມພຸດທະສາສະໜາ ຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດດ້ານສາສະໜາຖືກຕາມກົດໝາຍ, ເບິ່ງແຍງດູແລການພັດທະນາເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສ້າງເງື່ອນໄຂສະດວກກວ່າເພື່ອໜູນຊ່ວຍບັນດາອົງການຈັດຕັ້ງສາສະໜາຖືກຕາມກົດໝາຍເວົ້າລວມ, ສະມາຄົມພຸດທະສາສະໜາ ຫວຽດນາມ ເວົ້າສະເພາະ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງຕົນໃຫ້ແກ່ວິວັດການພັດທະນາປະເທດຊາດ.

ສ່ວນພະມະຫາພະອາຈານ ທິກຈີກວາງ ໄດ້ສົ່ງຄຳອວຍພອນບຸນເຕັດ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ປະທານປະເທດ ຫງວຽນຊວັນຟຸກ, ອຳນາດການປົກຄອງທຸກຂັ້ນ; ທ່ານຢືນຢັນວ່າ ສະມາຄົມພຸດທະສາສະໜາ ພ້ອມກັນຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຊົນທຸກຖ້ວນໜ້າໃນການສ້າງສາ, ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາຊົນດຳລົງຊີວິດນັບມືນັບຄວາມສະຫງົບສຸກ, ປິຕິຊົມຊື່ນ.


top