ຂ່າວສານ

ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio

ຕອນບ່າຍວັນທີ 1/5, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຍີ່ປຸ່ນ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່. ຫວຽດນາມ.
  ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio  

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງ ໝາກຜົນ ແຫ່ງການຢ້ຽມຢາມ, ພິເສດແມ່ນໃນ ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ, ຜ່ານນັ້ນ 2 ປະເທດບັນລຸໄດ້ບັນດາຄວາມຮັບຮູ້ລວມ, ຂໍ້ຕົກລົງ ແລະ ມາດຕະການຮ່ວມມືທີ່ສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະ ການພົວພັນລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ສົມທົບກັນທີ່ເວທີປາໄສສາກົນເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ແບ່ງປັນບັນດາໝາກຜົນສຳຄັນທີ່ບັນລຸໄດ້ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການພົບປະກັບການນຳຫວຽດນາມ. ທ່ານນາຍົກລັດຖະມົນຕີ Kishida ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ ແລະ ນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

ພ້ອມກັບການແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ການນຳສອງທ່ານຍັງໄດ້ແລກປ່ຽນຄຳເຫັນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio  

 ກ່ອນໜ້ານັ້ນ ໃນຕອນທຽງ ວັນທີ 1 ພຶດສະພາ 2022, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ແລະ ຈັດງານລ້ຽງຮອງຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 30 ເມສາ – 1 ພຶດສະພາ 2022.   ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ກ້ວາງເລິກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ, ພິເສດແມ່ນຈິດໃຈຮ່ວມມື ແບ່ງປັນ ແລະ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮັບມືກັບໂລກລະບາດ Covid-19 ແລະ ຍີປຸ່ນຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນດ້ານການຄ້າ, ການລົງທຶນ, ODA, ການທ່ອງທ່ຽວ ແລະ ແຮງງານ. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ແລະ ຍີ່ປຸ່ນ ແບ່ງປັນບັນດາຜົນປະໂຫຍດຍຸດທະສາດຮ່ວມ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະຂັ້ນຕ່າງໆຢ່າງ ເປັນປະຈຳ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023 ເປັນຢ່າງດີ ເພື່ອສົມກັບການພົບພັນຄູ່ຮ່ວມມືຍຸດທະສາດກ້ວາງເລິກ.

  ທ່ານ ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio  

 ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ . ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຍີປຸ່ນ ຈະແມ່ນຂີດໝາຍໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແທດຈິງ ແລະ ມີປະສິດທິຜົນກວ່າອີກລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ສະພາແຫ່ງຊາດຫວຽດນາມ ກໍ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດບົນພື້ນຖານ 3 ເສົາຄ້ຳ: ຍຸດທະສາດພັດທະນາ; ຍົກສູງຄວາມສາມາດດ້ານພື້ນຖານໂຄງລ່າງ, ການຜະລິດ ແລະ ຍຸດທະສາດການບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ສະພາແຫ່ງຊາດຫວຽດນາມ ກໍ່ຈະເພີ່ມທະວີການສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງທຸກເງື່ອນໄຂສະດວກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ແກ່ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ ຍີ່ປຸ່ນ.

ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ແລະ ຖືວ່າ, ໃນໄລຍະ ຟື້ນຟູ ເສດຖະກິດພາຍຫຼັງໂລກລະບາດນັ້ນ, ການຈັດຕັ້ງປະຕິບັດບັນດາໂຄງການໃຫຍ່ (ລວມທັງໂຄງການ ODA) ແມ່ນມີຄວາມໝາຍສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ Kishida Fumio ປາດຖະໜາວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮ່ວມມືກັບ ຍີ່ປຸ່ນ ກ່ຽວກັບບັນຫານີ້; ສະເໜີໃຫ້ສອງປະເທດພ້ອມກັນແກ້ໄຂບັນຫາທີ່ຍັງຄ້າງຄາເພື່ອໃຫ້ບັນດາໂຄງການຮ່ວມມືດຳເນີນໄປດ້ວຍດີ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍໃນພາກພື້ນ ແລະ ສາກົນຄື IPU, AIPA, APPF… ເພື່ອປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ອາຊີ - ປາຊີຟິກ, ຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່.


top