ຂ່າວສານ

ການນຳພັກ, ລັດ, ສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ

ທ່ານນາງ ເຈືອງທິມາຍ ໄດ້ແລກປ່ຽນ, ເຮັດແຈ້ງບັນດາຂໍ້ສະເໜີແນະຂຶ້ນກັບສິດອຳນາດແກ້ໄຂ; ພ້ອມກັນນັ້ນ, ກໍ່ແບ່ງປັນຄວາມໃນໃຈ
  ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງ, ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ຮວາບິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: Vũ Hà/TTXVN)  

ຕອນບ່າຍວັນທີ 20 ມິຖຸນາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງ, ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ຮວາບິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງກວ່າ 200 ຄົນຢູ່ເມືອງ ລາກຖຸຍ ພາຍຫູງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ເຈືອງທິມາຍ ໄດ້ແລກປ່ຽນ, ເຮັດແຈ້ງບັນດາຂໍ້ສະເໜີແນະຂຶ້ນກັບສິດອຳນາດແກ້ໄຂ; ພ້ອມກັນນັ້ນ, ກໍ່ແບ່ງປັນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບການແກ້ໄຂບັນດາບັນຫາວຽກງານພະນັກງານຈາກຮາກຖານສະເພາະກິດ ແລະ ບໍ່ເປັນສະເພາະກິດຂອງຄະນະພັກຕາແສງ, ເທດສະບານ.

ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງເກາະ ລິເຊີນ, ແຂວງ ກວາງງ້າຍ. ທ່ານຮອງປະທານສະພາແຫ່ງຊາດໄດ້ຕີລາຄາສູງການກຳນົດທິດພັດທະນາເສດຖະກິດຂອງເມືອງ ລິເຊີນ. ທ່ານຖືວ່າ, ເມືອງ ລິເຊີນຕ້ອງເອົາໃຈໃສ່, ລົງທຶນເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ, ນຳ ລິເຊີນ ໃຫ້ກາຍເປັນສູນທ່ອງທ່ຽວແຫ່ງຊາດ.

“ນອກຈາກພັດທະນາການທ່ອງທ່ຽວແລ້ວ, ເມືອງ ລິເຊີນ ຕ້ອງເອົາໃຈໃສ່ພັດທະນາເຂດລ້ຽງປູກສິນໃນນ້ຳນຳອີກ. ທ້ອງຖິ່ນຕ້ອງມີການຄິດໄລ່ເພື່ອຕິດພັນການລ້ຽງປູກສິນໃນນ້ຳກັບການພັດທະນາການທ່ອງທ່ຽວ. ທຸກຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ຂອງທ້ອງຖິ່ນ, ຄະນະສະມາຊິກສະພາແຫ່ງຊາດທາງແຂວງໄດ້ຮັບຮູ້, ລາຍງານ, ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ.”


top