ຂ່າວສານ

ການນຳພັກ, ລັດ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃນການຮ່ວມມືບຳລຸງສ້າງພະນັກງານ.

ຕອນບ່າຍວັນທີ 25 ເມສາ ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະປະຕິບັດງານ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.

            ທີ່ການຕ້ອນຮັບ, ທ່ານ ຫງວຽນຈ້ອງເຫ້ງຍ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນຢ່າງຮອບດ້ານຕໍ່ວິ

   ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ. ພາບ: ຟ້າມກຽນ/TTXVN   

ວັດແຫ່ງການປ່ຽນແປງໃໝ່ຂອງລາວ, ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ ແລະ ຍິ່ງໃຫຍ່ກ່ວາອີກ ໃນວິວັດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງໃນການຮ່ວມມືບຳລຸງສ້າງພະນັກງານ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສະເໜີໃຫ້ສອງປະເທດ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ເປັນຕົ້ນແມ່ນ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ດຶງດູດການລົງທຶນຂອງບັນດາກຸ່ມບໍລິສັດໃຫຍ່ຫວຽດນາມ ມາລາວ, ເພື່ອຮ່ວມມືດ້ານເສດຖະກິດ, ການຮ່ວມມືລະຫວ່າງສອງຄະນະໂຄສະນາສຶກສາໃນຂົງເຂດໂຄສະນາກ່ຽວກັບການພົວພັນສອງປະເທດ, ເພື່ອແນໃສ່ສຶກສາຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ພິເສດແມ່ນໄວໜຸ່ມ.

ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນຈ້ອງເຫ້ງຍ ໄດ້ມີການເຮັດວຽກກັບທ່ານ ນາງ ສວນສະຫວັນ ວິຍະເກດ  ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ.


top