ເຫດການ ແລະ ບັນຫາ

ການນຳບັນດາປະເທດອາຊຽນສືບຕໍ່ສະແດງຄວາມວິຕົກກັງ ວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ທະເລຕາເວັນອອກ

ພາຍຫຼັງເປັນເວລາສາມວັນທີ່ດໍາເນີນກອງປະຊຸມຢ່າງເຄັ່ງຮ້ອນ ແລະ ຕໍ່ເນື່ອງຢູ່ນະຄອນຫລວງວຽງຈັນ ສປປ ລາວ, ຕອນບ່າຍ ວັນທີ 8 ກັນຍາ 2016, ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ບັນດາກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງໄດ້ປິດລົງ ແລະ ຕຳແໜ່ງປະທານອາຊຽນປີ 2017 ກໍໄດ້ຖືກສົ່ງມອບໃຫ້ແກ່  ຟີລິບປິນຢ່າງເປັນທາງການ. ໃນກອງປະຊຸມ, ການນຳບັນດາ ປະເທດອາຊຽນ ໄດ້ມີການແລກປ່ຽນຄໍາເຫັນນໍາກັນຢ່າງຈິງໃຈ ແລະ ກົງໄປກົງມາ ກ່ຽວກັບການກຳນົດທິດທາງໃນອະນາຄົດ ຂອງອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ, ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຮັດແໜ້ນສາຍພົວພັນ ກັບ ບັນດາຄູ່ຮ່ວມມື… ພິເສດ, ບັນດາການນຳອາຊຽນສືບຕໍ່ສະແດງ ຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະຖານະການທີ່ເກີດຂຶ້ນໃນມໍ່ໆນີ້ຢູ່ທະເລຕາເວັນອອກ, ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ ແລະ ອາດຈະ ກໍ່ຜົນເສຍຫາຍຕໍ່ສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນອີກດ້ວຍ. 
ໃນຂໍ້ຖະແຫງການປະທານຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29, ການນໍາອາຊຽນໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນ ຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ ປອດໄພ ແລະ ສິດເສລີໃນການເດີນທະເລ ແລະ ການເດີນ ອາກກາດຢູ່ພາກພື້ນ, ແກ້ໄຂບັນດາຂໍ້ພິພາດໂດຍສັນຕິວິທີ  ບົນພື້ນຖານປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ 1982 (UNCLOS), ເຄົາລົບຢ່າງຄົບຖ້ວນບັນດາວິວັດທະນາການ ການຕ່າງປະເທດ ແລະ ນິຕິກຳ, ປະຕິບັດຢ່າງເຂັ້ມງວດຖະແຫຼງ ການວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ສ້າງໃຫ້ສໍາເລັດໂດຍໄວປະມວນກົດລະບຽບການ ປະພຶດຕໍ່ຢູ່ທະເລຕາເວັນອອກ(COC)ຢ່າງມີປະສິດທິຜົນ; ເຊີດຊູ ການຮັກສາໄວ້ຄວາມສາມັກຄີ, ເອກະພາບ ແລະ ບົດບາດເປັນໃຈກາງຂອງອາຊຽນໃນການພົວພັນກັບຄູ່ຮ່ວມມື, ແກ້ໄຂ ບັນດາສິ່ງທ້າທາຍ ແລະ ສ້າງໂຄງປະກອບພາກພື້ນໜຶ່ງໂດຍ ອີງໃສ່ລະບຽບກົດໝາຍ; ສືບຕໍ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ນຳພາ ແລະ ຍົກສູງປະສິດທິຜົນຂອງກົນໄກຕ່າງໆທີ່ອາຊຽນເປັນຜູ້ລີເລີ່ມແນໃສ່ສືບຕໍ່ດຶງດູດການເຂົ້າຮ່ວມ ແລະ ປະກອບສ່ວນຂອງບັນດາຄູ່ຮ່ວມມື. 

ພິທີເປີດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ບັນດາ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ. ພາບ: ຖົ໋ງເຍິດ/VNA


ບັນຍາກາດກອງປະຊຸມໃນວົງແຄບ ໃນຂອບເຂດກອງສຸດຍອດ ອາຊຽນຄັ້ງທີ 29. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມ ໃນວົງແຄບ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 29. ພາບ: ຖົ໋ງເຍິດ/VNA

ປະຈຸບັນ, ອາຊຽນມີຈຳນວນພົນລະເມືອງ 620 ລ້ານຄົນ, ໄດ້ ກາຍເປັນຕະຫຼາດຮ່ວມ, ລວມຍອດຜະລິດພັນພາຍໃນ(GDP) 2,43 ພັນຕື້ ໂດລາສະຫະລັດ, ເປັນພື້ນຖານເສດຖະກິດ ຢືນຢູ່ ອັນດັບທີ 6 ໃນໂລກ, ລະດັບການຈະເລີນເຕີບໂຕ GDP 7% ໃນແຕ່ລະປີ. 
ຂໍ້ຖະແຫຼງການດັ່ງກ່າວກໍໄດ້ສະແດງຄວາມຊົມເຊີຍຕໍ່ການທີ່ສາມາດຜ່ານຖະແຫຼງການຮ່ວມຂອງບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ ກ່ຽວກັບການປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ DOC, ພ້ອມກັນນັ້ນຊົມເຊີຍ ຖະແຫຼງການຮ່ວມກ່ຽວກັບການນໍາໃຊ້ COC ເພື່ອຫຼີກລ້ຽງ ການຜິດຂ້ອງຕ້ອງຖຽງກັນໂດຍບັງເອີນບົນທະເລຢູ່ທະເລຕາເວັນອອກ(CUES) ແລະ ເອກະສານແນະນໍາການບໍລິຫານນໍາໃຊ້ໂທລະສັບສາຍດ່ວນລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງບັນດາກະຊວງການຕ່າງປະເທດອາຊຽນ ແລະ ຈີນວ່າດ້ວຍການຮັບມືກັບ ອຸບັດຕິເຫດສຸກເສີນບົນທະເລຕາເວັນອອກໄດ້ຜ່ານການຮັບຮອງໃນກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 19 ໃນໂອກາດລະນຶກ 25 ປີ ແຫ່ງວັນພົວພັນສົນທະນາອາຊຽນ-ຈີນ.
 
ແຕ່ເຖິງຢ່າງໃດກໍຕາມ, ບັນດາການນຳອາຊຽນກໍ່ຍັງສືບຕໍ່ສະແດງ ຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະຖານະການທີ່ເກີດຂຶ້ນໃນມໍ່ໆນີ້ ແລະ ກຳລັງດໍາເນີນການຢູ່ປະຈຸບັນ, ພ້ອມກັນນັ້ນກໍ່ໄດ້ຮັບຮູ້ເຖິງ ຄວາມວິຕົກກັງວົນໃຈຂອງທ່ານຜູ້ນຳຈຳນວນໜຶ່ງກ່ຽວກັບການປະຕິສັງຂອນ, ຄູນຖົມ ແລະເພີ່ມທະວີການເຄື່ອນໄຫວຕ່າງໆຢູ່ພາກພື້ນ ທຳລາຍຄວາມໄວ້ເນື້ອເຊື່ອໃຈ ແລະ ໄວ້ວາງໃຈ, ເຮັດໃຫ້ ສະພາບການເຄັ່ງຕຶງເພີ່ມຂຶ້ນ ແລະ ອາດຈະນຳຜົນເສຍຫາຍ ຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ; ໄດ້ຢືນຢັນຄືນກ່ຽວກັບຄວາມຕ້ອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ດໍາເນີນການອົດກັ້ນເພື່ອຫຼີກລ້ຽງການເຄື່ອນໄຫວຕ່າງໆຊຶ່ງຈະເຮັດໃຫ້ ສະພາບການ ມີຄວາມສັບສົນເພີ່ມຂຶ້ນ ແລະ ຢຶດໝັ້ນຕາມການ ແກ້ໄຂບັນດາການທະເລາະພິພາດໂດຍສັນຕິວິທີບົນພື້ນຖານ ສອດຄ່ອງກັບກົດໝາຍສາກົນໃນນັ້ນລວມມີ UNCLOS; ເນັ້ນໜັກ ລະດັບຄວາມສຳຄັນຂອງການບໍ່ຫັນເປັນການທະຫານ ແລະດໍາເນີນການອົດກັ້ນໃນທຸກການເຄື່ອນໄຫວ, ໃນນັ້ນມີທັງການປະຕິສັງຂອນ, ຄູນຖົມທີ່ອາດຈະເຮັດໃຫ້ສະພາບການສັບສົນ ແລະ ມີຄວາມເຄັ່ງຕຶງຍິ່ງຂຶ້ນຕື່ມຢູ່ທະເລຕາເວັນອອກ; ເນັ້ນໜັກລະດັບ ຄວາມສຳຄັນຂອງການປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທະຜົນ DOC…

ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາຄັ້ງທີ 4. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 19 ແລະ ລະນຶກ 25 ປີ ແຫ່ງວັນພົວພັນ ສົນທະນາອາຊຽນ-ຈີນ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນຄັ້ງທີ 19. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍຄັ້ງທີ 14. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ  + 3(ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 19. ພາບ: ຖົ໋ງເຍິດ/VNA

ໃນຕະຫຼອຊ່ວງເວລາ 3 ວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ໄດ້ມີປະຕິທິນດຳເນີນງານຢ່າງລຽນຕິດກັບການປະຊຸມ 35 ຄັ້ງ, ການພົບປະສົນທະນາກັບການນຳ, ຫົວໜ້າຄະນະບັນດາ ປະເທດ ແລະ ອົງການຈັດຕັ້ງຕ່າງໆ 10 ຄັ້ງ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຢືນຢັນວ່າ, ການຍົກສູງກຳລັງຄວາມອາດສາມາດ ແລະ ຄວາມເຂັ້ມແຂງຂອງອາຊຽນດ້ວຍຕົນເອງເປັນປັດໃຈອັນສຳຄັນໃຫ້ແກ່ຜົນສຳເລັດຂອງອາຊຽນ. ຕ້ອງເພີ່ມທະວີບັນດາກົນໄກ ປະສານງານ, ຄວບຄຸມ ແລະ ຮັບປະກັນການປະຕິບັດຢ່າງມີ ປະສິດທິຜົນບັນດາຂໍ້ຕົກລົງ; ປ່ຽນແປງໃໝ່ການເຄື່ອນໄຫວ ຂອງ ບັນດາເວທີປາໄສ, ໂດຍສະເພາະແມ່ນບັນດາເວທີປາໄສ, ກົນໄກຄວາມສະຫງົບພາກພື້ນໂດຍອາຊຽນຖືບົດບາດເປັນໃຈກາງ; ເພີ່ມທະວີກຳລັງຄວາມສາມາດຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳການອາຊຽນ(CPR), ຄະນະເລຂາທິການອາຊຽນ. ເສີມຂະຫຍາຍບັນດາຄຸນຄ່າ ແລະ ຫຼັກການພື້ນຖານຂອງອາຊຽນ. ແຕ່ລະປະເທດສະມາຊິກຕ່າງກໍມີຜົນປະໂຫຍດ ແລະ ຄວາມ ຮັບຜິດຊອບໃນການເພີ່ມທະວີຄວາມສາມັກຄີ ແລະ ເອກະພາບ; ປະສົມປະສານຢ່າງກົມກຽວກັນລະຫວ່າງຜົນປະໂຫຍດແຫ່ງຊາດກັບຜົນປະໂຫຍດຂອງອາຊຽນ. ເພີ່ມທະວີການປຶກສາຫາລີ ແລະ ຮັບຟັງຄວາມຄິດເຫັນ, ສ້າງຫຼັກໝັ້ນ ແລະ ກະບອກສຽງລວມ ກ່ຽວກັບບັນດາບັນຫາຂອງພາກພື້ນທີ່ມີຜົນກະທົບຕໍ່ຄວາມສະຫງົບ ແລະ ພັດທະນາຂອງອາຊຽນ.

ຕໍ່ໜ້າບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ບັນດາປະເທດ ໃນພາກພື້ນ ແລະ ໃນໂລກພວມປະເຊີນຢູ່, ທ່ານນາຍົກ ລັດຖະມົນຕີໄດ້ເນັ້ນໜັກລະດັບຄວາມສຳຄັນຂອງການເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມື, ໂດຍສະເພາະຢ່າງຍິ່ງແມ່ນກ່ຽວກັບດ້ານການຄ້າ, ການລົງທຶນ, ພັດທະນາເສດຖະກິດ-ສັງຄົມ; ປະຕິບັດຢ່າງມີປະສິດທິຜົນ ບັນດາ ແຜນການເຊື່ອມຕໍ່, ຫຍໍ້ໄລຍະຫ່າງໃນການພັດທະນາ; ຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ; ຕ້ານການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ ແລະ ອື່ນໆ… ອາຊຽນຈະຕ້ອງສືບຕໍ່ອອກແຮງເສີມຂະຫຍາຍບົດບາດທີ່ຕັ້ງໜ້າໃນການແກ້ໄຂບັນຫາທະເລຕາເວັນອອກທີ່ກຳລັງເປັນໄປນັບມື້ນັບສັບສົນ ແລະ ຍາກຈະ ຄາດຄະເນລ່ວງໜ້າໄດ້ໃນປະຈຸບັນນີ້.

ທ່ານ ຫງວຽນຊວນຟຸກ ເຂົ້າຢ້ຽມຂ່ຳນັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດ ມາເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ໃນການພົບປະກັບທ່ານ Shinzo Abe, ນາຍົກລັດຖະມົນຕີຍີ່ປຸ່ນຢູ່ນອກກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ໃນການພົບປະກັບທ່ານBan Ki-moon, ເລຂາທິການໃຫຍ່ສະຫະປະຊາຊາດ ຢູ່ນອກກອງປະຊຸມ.  ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ໃນການພົບປະກັບທ່ານ Rodrigo Duterte, ປະທານາທິບໍດີຟີລິບປິນຢູ່ນອກກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ໃນການພົບປະກັບທ່ານນາງ Aung San Suu kyi, ທີ່ປຶກສາແຫ່ງຊາດ, ລັດຖະມົນຕີການຕ່າງປະເທດ ມຽນມາຢູ່ນອກກອງປະຊຸມ. ພາບ: ຖົ໋ງເຍິດ/VNA
 

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ບັນດາ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງໄດ້ຮັບການດຳເນີນໄປ ທີ່ນະຄອນຫຼວງວຽງຈັນ(ລາວ) ແຕ່ວັນທີ 6-8 ກັນຍາ 2016 ພາຍໃຕ້ຄໍາຂວັນທີ່ວ່າ “ຫັນວິໄສທັດ ໃຫ້ເປັນຮູບປະທຳ ເພື່ອຄວາມ ເຂັ້ມແຂງ ຂອງປະຊາຄົມອາຊຽນ”. ກອງປະຊຸມດັ່ງກ່າວ ມີການ ເຂົ້າຮ່ວມຂອງຜູ້ນຳ 10 ປະເທດໃນກຸ່ມອາຊຽນ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ລັດເຊຍ, ອິນເດຍ, ອົສຕາລີ, ນິວຊີແລນ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ. ລາຍການປະຊຸມ ມີທັງໝົດ 11 ກອງປະຊຸມສຸດຍອດຊຶ່ງລວມມີ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29, 7 ກອງປະຊຸມສຸດຍອດອາຊຽນ +1 (ກັບຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອິນເດຍ, ອົສຕາລີ, ສະຫະປະຊາຊາດ), ກອງປະຊຸມສຸດຍອດອາຊຽນ + 3 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ມີເອກະສານທັງໝົດ 57 ສະບັບໄດ້ຮັບການລົງນາມ ແລະ ຜ່ານການຮັບຮອງ, ໃນນັ້ນບັນດາ ທ່ານຜູ້ນຳເປັນຜູ້ລົງນາມມີ 1 ສະບັບ, ຜ່ານການຮັບຮອງ19 ສະບັບ ແລະ ຮັບຮູ້ເອກະສານອື່ນໆ 27 ສະບັບ. ປະເທດເຈົ້າພາບ ສປປ ລາວໄດ້ປະກາດໃຊ້ຂໍ້ຖະແຫຼງການປະທານກອງປະຊຸມ 10 ສະບັບ. 

 
ປະຕິບັດໂດຍ: VNA/VNP


top