ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ (2/9/1945 – 2/9/2017), ບັນດານການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ໄດ້ຮັບສານອວຍພອນຈາກບັນດາການນຳປະເທດຕ່າງໆ.
(ພາບປະກອບ)
ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ Htin Kyaw, ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi, ທ່ານຮອງປະທານາທິບໍດີ ມຽນມາ Mynint Swe ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ. ບັນດາການນຳ ມຽນມາ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນ ເມື່ອ 2 ປະເທດນຳການພົວພັນ 2 ຝ່າຍຂຶ້ນສູ່ການພົວພັນຄູ່ຮ່ວມມຮອບດ້ານ, ກຳນົດບັນດາມາດຕະການປັບປຸງການພົວພັນ ແລະ ເປີດກ້ວາງການຮ່ວມມືລະຫວ່າງ 2 ປະເທດກ່ວາອີກ.
ທ່ານປະທານາທິບໍດີ ອິນເດຍ Nath Kovind, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໃນບັນດາສານອວຍພອນ, ບັນດາການນຳ ອິນເດຍ ຢັ້ງຢືນຖືເປັນສຳຄັນການພົວພັນມິດຕະພາບຢ່າງສະໜິດສະໜົມ, ຍາວນານ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນ 2 ປະເທດຈະນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບການປັບປຸງກ່ວາອີກ.
ທ່ານປະທານາທິບໍດີ ອາເມລິກາ Donalf Trump ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ. ເນືື້ອໃນສານອວຍພອນຂອງທ່ານປະທານາທິບໍດີ ອາເມລິກາ Donalf Trump ມີຕອນຂຽນວ່າ: “ຂ້າພະເຈົ້າມີຄວາມຫວັງຢາກໄດ້ເຮັດວຽກນຳທ່ານ ແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດພວກເຮົາກ່ວາອີກ ແລະ ໃນການຢ້ຽມຢາມເຖິງປະເທດທີ່ສວຍງາມຂອງທ່ານໃນເດືອນ ພະຈິກ ຈະມາເຖິງ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດພິເສດນີ້, ພວກຂ້າພະເຈົ້າຂໍສົ່ງບັນດາຄຳອວຍພອນອັນອົບອຸ່ນທີ່ສຸດມາຍັງທ່ານ ແລະ ປະຊາຊົນ ຫວຽດນາມ ແລະ ອວຍພອນໃຫ້ມີຄວາມສັນຕິພາບ, ວັດທະນາຖາວອນ ແລະ ຜາສຸກ”.
ທ່ານປະທານາທິບໍດີ ສ.ຝະຣັ່ງ Emmanuel Macron ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ, ໃນນັ້ນ ສະແດງຄວາມປິຕິຊົມຊື່ນ ແລະ ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ພັດທະນາການພົວພັນ 2 ປະເທດ ກ່ວາອີກ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 45 ປີແຫາງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝະຣັ່ງ ປີ 2018.
(ແຫຼ່ງຄັດຈາກ VOV)