ຂ່າວສານ

ການນຳບັນດາປະເທດສົ່ງໂທລະເລກ, ສານອວຍພອນເຖິງທ່ານປະທານປະເທດ ຫວໍວັນເຖືອງ

ກະສັດບຣູໄນ Darussalam Haji Hassanal Bolkiah ຢືນຢັນຄວາມປາດຖະໜາຢາກຮ່ວມມືກັບທ່ານປະທານປະເທດ ຫວໍວັນເຖືອງ ຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ ເພື່ອເຮັດການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າ.
  (ທ່ານ ຫວໍວັນເຖືອງ ສາບານຕົວຮັບດຳລົງຕຳແໜ່ງປະທານປະເທດແຫ່ງ ສສ. ຫວຽດນາມ)  

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລືອກຕັ້ງທ່ານ ຫວໍວັນເຖືອງ ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ. ຫວຽດນາມ, ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນໄດ້ສົ່ງໂທລະເລກ ແລະ ສານມາອວຍພອນເຖິງທ່ານ.

ໃນສານອວຍພອນ, ກະສັດບຣູໄນ Darussalam Haji Hassanal Bolkiah ຢືນຢັນຄວາມປາດຖະໜາຢາກຮ່ວມມືກັບທ່ານປະທານປະເທດ ຫວໍວັນເຖືອງ ຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ ເພື່ອເຮັດການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າໃນຂອບເຂດ 2 ຝ່າຍ ກໍຄືດ້ວຍຖານະເປັນຄູ່ຮ່ວມມືໃກ້ຊິດໃນ ອາຊຽນ.

ທ່ານປະທານາທິບໍດີ ສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ເຊື່ອໝັ້ນວ່າ 2 ປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາຂົງເຂດໃໝ່ຄື: ພະລັງງານທົດແທນ ແລະ ການຊື້ຂາຍໃບຢັ້ງຢືນປ່ອຍດີໂອຊິນກາກບອນ; ພ້ອມທັງປາດຖະໜາຢາກຮ່ວມມືກັບທ່ານປະທານປະເທດ ຫວໍວັນເຖືອງ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າເກົ່າ.

ໃນສານອວຍພອນ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ຢືນຢັນວ່າ, ເຊີຊູນຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

ສ່ວນທ່ານປະທານາທິບໍດີບັນດາປະເທດ ເບລາຣຸດ, ບັງກະລາເທດ, ປະທານາທິບໍດີ ແລະ ຮອງປະທານາທິບໍດີ Nicaragua, ເລຂາທິການໃຫຍ່ ອາຊຽນ ແລະ ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ການກະເສດ… ກໍໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ຫວໍວັນເຖືອງ ເຊັ່ນດຽວກັນ.

 


top