ຂ່າວສານ

ການນຳບັນດາປະເທດສົ່ງສານອວຍພອນວັນຊາດຫວຽດນາມຄົບຮອບ 75 ປີ

      ການນຳບັນດາປະເທດ ຕ່າງກໍສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ ແລະ ສ້າງສາປະເທດ ສາທາລະນະລັດ ສັງຄົມນິຍົມ ສີວິໄລ ແລະ ຮັ່ງມີເຂັ້ມແຂງ.

ສະໜາມຫຼວງ ແຫ່ງການປະຕິວັດເດືອນສິງຫາ(ພາບ: TTXVN) 
      ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (02/09/1945 – 02/09/2020), ການນຳບັນດາປະເທດ ກຳປູເຈຍ, ອິນເດຍ, ສປປ.ເກົາຫຼີ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ຝລັ່ງ, ອີຕາລີ, ການາດາ, ອົດສະຕາລີ ໄດ້ສົ່ງສານອວຍພອນມາຍັງການນຳພັກ, ລັດ ຫວຽດນາມ.
        ໃນສານສະບັບຕ່າງໆ, ການນຳບັນດາປະເທດ ຕ່າງກໍສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ ແລະ ສ້າງສາປະເທດ ສາທາລະນະລັດ ສັງຄົມນິຍົມ ສີວິໄລ ແລະ ຮັ່ງມີເຂັ້ມແຂງ; ພ້ອມທັງເຊື່ອໝັ້ນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ຈະພັດທະນາຢ່າງແຮງກວ່າອີກ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະ ວັດທະນະຖາວອນຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)


top