ຂ່າວສານ

ການນຳບັນດາປະເທດສົ່ງສານ,ຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງອະດີດປະທານປະເທດ,ພົນເອກເລດຶກແອງ

      ວັນທີ 27 ເມສາ, ການນຳບັນດາປະເທດໄດ້ສົ່ງສານ, ຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງອະດີດປະທານປະເທດ, ພົນເອກເລດຶກແອງ .

(ພາບປະກອບ / TTXVN)
      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອງມູນິດ ຈີນ, ປະທານປະເທດສາທາລະນະລັດປະຊາຊົນ ຈີນ ສີຈິ້ນຜິງ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດສາທາລະນະລັດ ຫວຽດາມ ຫງວຽນຝູຈ້ອງ.
            ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ຄະນະກຳມະການແນວລາວສ້າງຊາດກໍ່ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມ ຫວຽດນາມ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
        ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສາທາລະນະລັດ ກູບາ ກໍ່ໄດ້ສົ່ງສານແບ່ງເອົາຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top