ຂ່າວສານ

ການນຳບັນດາປະເທດສົ່ງຈົດໝາຍ, ສານອວຍພອນການນຳ ຫວຽດນາມ

      ເນື່ອງໃນໂອກາດ ທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດສາທລະນະລັດ ສັງຄົມນິຍົມ ຫວຽດນາມ, ເຈົ້າຊີວິດ ໂຮນລັງ Willem Alexander, ທ່ານ Abdel Fatah Al Sisi ປະທານາທິບໍດີ ອາຣັບບິ ຊາອຸດິ, ທ່ານ ປະທານາທິບໍດີ ຮຸງກາຣີ Asder Janos, ພະບາດສົມເດັດພະເຈົ້າມະຫາຊີວິດ ລາຊະອານາຈັກ Es Watini Mswati III ໄດ້ສົ່ງຈົດໝາຍ, ສານອວຍພອນ.
ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ມອບຊໍ່ດອກໄມ້ໃຫ້ແກ່ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: TTXVN)
      ໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ລາຊະອານາຈັກ ແບນຊິກ Alexander De Croo, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກາຊັກສະຖານ Askar Mamin, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor, ທ່ານປະທານາທິບໍດີ ສາທາລະນະລັດ ປານາມາ Laurentino Cortizo Cohen ໄດ້ສົ່ງຈົດໝາຍ, ສານອວຍພອນ.
(ແຫຼ່ງຄັດຈາກ VOV)


top