ຂ່າວສານ

ການນຳບັນດາປະເທດ ສືບຕໍ່ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

      ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງ ສສ ຫວຽດນາມ ຈາກສະພາແຫ່ງຊາດຊຸດທີ 14 .

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສາບານຕົວ
      ການນຳປະເທດ ກຳປູເຈຍ, ອົດສະຕາລີ ແລະ ມົງກົນ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.
       ໃນຈົດໝາຍອວຍພອນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ມີວິໄສທັດຍາວໄກຂອງທ່ານປະທານປະເທດ ຫງວຽນຝູຈ້ອງ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຄວາມກ້າວໜ້າຍິ່ງໃຫຍ່ກ່ວາອີກ, ມຸ່ງໄປເຖິງການຫັນເປົ້າໝາຍສ້າງປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ປະກົດຜົນເປັນຈິງ.
       ທ່ານປະທານາທິບໍດີ ມົງກົນ Khaltmaa Battulga ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ. ຫວຽດນາມ ຫງວຽນຝູຈ້ອງ ເຊັນດຽວກັນ
 (ແຫຼ່ງຄັດຈາກ VOV)


top