ຂ່າວສານ

ການນຳບັນດາກະຊວງ, ຂະແໜງການຂອງ ລາວ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 76 ປີ

      ຕອນເຊົ້າວັນທີ 01 ກັນຍາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງ ວຽງຈັນ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂອງ ລາວ ໄດ້ເຂົ້າອວຍພອນວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ.
ການນຳບັນດາກະຊວງ, ຂະແໜງການຂອງ ລາວ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 76 ປີ
      ໃຫ້ການຕ້ອນຮັບຜູ້ຕາງໜ້າບັນດາອົງການສຳນັກງານຂອງລາວ, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອ, ການຮ່ວມເດີນທາງຂອງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ນັບທັງໃນໄລຍະຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານ ແລະ ໃນສະໄໝສ້າງສາ, ປົກປົກຮັກສາປະເທດຊາດໃນປັດຈຸບັນ.  ຫວຽດນາມ ສືບຕໍ່ສະໜັບສະໜູນ ລາວ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ສະຖານທູດ ຈະແມ່ນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

top