ຂ່າວສານ

ການນຳນະຄອນໂຮ່ຈີມິນ ອວຍພອນບຸນປີໃໝ່ລາວ

ນະຄອນໂຮ່ຈີມິນ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມືຫຼາຍດ້ານ, ພິເສດແມ່ນເສດຖະກິດ, ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ; ໃນນັ້ນ ເອົາໃຈໃສ່ພິເສດເຖິງການພົວພັນແລກປ່ຽນ, ການຮ່ວມມືຂອງລຸ້ນໜຸ່ມສອງຝ່າຍ.
ທ່ານ ຫງວຽນວັນຮ໋ຽວ, ຮອງເລຂາຄະນະພັກນະຄອນ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ (ພາບ:thanhuytphcm.vn)

ຕອນເຊົ້າວັນທີ 11 ເມສາ, ຄະນະຜູ້ແທນນະຄອນໂຮ່ຈີມິນ, ໂດຍທ່ານ ຫງວຽນວັນຮ໋ຽວ, ຮອງເລຂາຄະນະພັກນະຄອນ ນຳໜ້າ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ ລາວ. ນະທີ່ນີ້, ທ່ານ ຫງວຽນວັນຮ໋ຽວ ເນັ້ນໜັກວ່າ: ນະຄອນໂຮ່ຈີມິນ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມືຫຼາຍດ້ານ, ພິເສດແມ່ນເສດຖະກິດ, ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ; ໃນນັ້ນ ເອົາໃຈໃສ່ພິເສດເຖິງການພົວພັນແລກປ່ຽນ, ການຮ່ວມມືຂອງລຸ້ນໜຸ່ມສອງຝ່າຍ.

ສ່ວນທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ, ຫວັງວ່າ ໄລຍະຈະມາເຖິງ, ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຂອງນະຄອນ ສຳລັບສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ; ພ້ອມທັງໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງລັດຖະບານ ແລະ ປະຊາຊົນລາວ ກໍ່ຄືບັນດາທ້ອງຖິ່ນຂອງລາວ ໃນບັນດາການເຄື່ອນໄຫວຮ່ວມມືກັບນະຄອນໂຮ່ຈີມິນ.


top