ຂ່າວສານ

ການນຳນະຄອນໂຮ່ຈີມິນ ຕ້ອນຮັບຄະນະທູດທະຫານຂອງບັນດາປະເທດປະຈຳຫວຽດນາມ

ຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະທູດທະຫານຂອງບັນດາປະເທດປະຈຳຫວຽດນາມ, ໂດຍທ່ານພັນເອກ ໂຕນເທິດຕ໋ວນ, ທູດທະຫານອາເມລິກາປະຈໍຳຫວຽດນາມ ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ

ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນມອບຂອງຂວັນ
ເປັນທີ່ລະນຶກໃຫ້ທ່ານພັນເອກ ໂຕນເທິດຕ໋ວນ

ນະທີ່ນີ້, ທ່ານເລແທງລຽມ ເນັ້ນໜັກວ່າ: ຫວຽດນາມຍາມໃດກໍຮັກຫອມສັນຕິພາບ ແລະ ຖືວ່າ ເພື່ອມີສະພາບແວດລ້ອມທີ່ມີສະຖຽນລະພາບ, ສັນຕິພາບ ແລະ ສະດວກໃນການພັດທະນາຂອງແຕ່ລະປະເທດ ບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມຂອງປະເທດໃດປະເທດໜຶ່ງເທົ່ານັ້ນ ຫາກຍັງແມ່ນຂອງທັງພາກພື້ນ ແລະ ວົງຄະນະຍາດສາກົນອີກດ້ວຍ. ທ່ານພັນເອກ ໂຕນເທິດຕ໋ວນ ໃຫ້ຮູ້ວ່າ ບັນດາສະມາຊິກທູດທະຫານຂອງບັນດາປະເທດປະຈຳຫວຽດນາມ ລ້ວນແຕ່ມີຄວາມປາດຖະໜາຢາກສ້າງສາຍພົວພັນຮ່ວມມືອັນດີງາມລະຫວ່າງປະເທດຕົນກັບຫວຽດນາມ. ການປະຕິບັດງານຄັ້ງນີ້ຂອງຄະນະທູດທະຫານດັ່ງກ່າວ ຈະຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເພື່ອເປັນເສນາທິການໃຫ້ແກ່ການນຳບັນດາປະເທດ ມີການເຄື່ອນໄຫວທີ່ເໝາະສົມໃນເລື່ອງຍູ້ແຮງການພັດທະນາສາຍພົວພັນກັບຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top