ຂ່າວສານ

ການນຳນະຄອນໂຮ່ຈິມິນຕ້ອນຮັບຜູ້ອຳນວຍການໃຫຍ່ UNESCO

      ຕອນບ່າຍວັນທີ 26 ສິງຫາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO)

ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ
ຕ້ອນຮັບທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ UNESCO
(ພາບ: TTXVN)
      ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ, ໄດ້ສະເໜີໃຫ້ທ່ານນາງ Irina Bokova ແລະ UNESCO ຈົ່ງຍູ້ແຮງບັນດາໂຄງການຮ່ວມມືໜູນຊ່ວຍນະຄອນໃນເລື່ອງຍົກສູງລະດັບຄວາມຮູ້ໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນຊ່ວຍນະຄອນປະຕິບັດສຳເລັດເປົ້າໝາຍກາຍເປັນເຂດຕົວເມືອງທີ່ສະຫຼາດ ດ້ວຍພື້ນຖານເສດຖະກິດພູມປັນຍາ; ໜູນຊ່ວຍນະຄອນຜັນຂະຫຍາຍບັນດາໂຄງການຄົ້ນຄວ້າກ່ຽວກັບຜົນກະທົບຂອງເລື່ອງນ້ຳທະເລຂຶ້ນສູງ ແລະ ສະພາບນ້ຳເຄັມຊຶມຢູ່ເຂດນິເວດວິທະຍາ ເກີນເຢີ.
        ສ່ວນທ່ານນາງ Irina Bokova ໃຫ້ຮູ້ວ່າ, ຍາມໃດ UNESCO ກໍ່ປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນໃນການຍົກສູງລະດັບຄວາມຮູ້ໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດ ແລະ ສົມທົບກັນບັນດານັກຊ່ຽວຊານ, ນັກວິທະຍາສາດຂອງນະຄອນໂຮ່ຈິມິນ ໃນບັນກາປົກປັກຮັກສາເຂດນິເວດວິທະຍາ ເກີນເຢີ. UNESCO ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນໃນເລື່ອງແບ່ງປັນແນວຄວາມຄິດ, ບົດຮຽນໃນການຄຸ້ມຄອງ, ພັດທະນາເຂດຕົວເມືອງ.
(ແຫຼ່ງຄັດຈາກ VOV)

top