ຂ່າວສານ

ການນຳຄະນະຂົນຂວາຍປະຊາຊົນສູນກາງລົງຢ້ຽມຢາມ,ອວຍພອນຊາວຄຼິດແຂວງ ບິ່ງທ້ວນ ເນື່ອງໃນໂອກາດວັນບຸນຄຼິດສະມາດ

      ທ່ານ ຫງວຽນຮົ່ງລິ້ງ ໄດ້ອວຍພອນໃຫ້ຄຸນພໍ່ Giuse ໂດ້ແມ້ງຮຸ່ງ ແລະ ຜູ້ມີຍົດຖາບັນດາສັກ, ບັນດາພໍ່ແມ່ພີ່ນ້ອງຊາວຄຼິດເຂດຊາວຄຼິດ ມີສຸຂະພາບເຂັ້ມແຂງ, ຕ້ອນຮັບວັນບຸນຄຼິດສະມາດ ຈົ່ງມີຄວາມສະຫງົບສຸກ
      
ການນຳຄະນະຂົນຂວາຍປະຊາຊົນສູນກາງລົງຢ້ຽມຢາມ,ອວຍພອນຊາວຄຼິດແຂວງ ບິ່ງທ້ວນ
(ພາບ: TTXVN)
      ຕອນເຊົ້າວັນທີ 21 ທັນວາ, ທ່ານ ຫງວຽນຮົ່ງລິ້ງ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ລົງຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດ 2020 ຢູ່ສຳນັກສັງຄະລາດ ຟານທ໊ຽດ, ນະຄອນ ຟານທ໊ຽດ, ແຂວງ ບິ່ງທ້ວນ. ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ຄະນະຂົນຂວາຍປະຊາຊົນສູນກາງ, ທ່ານ ຫງວຽນຮົ່ງລິ້ງ ໄດ້ອວຍພອນໃຫ້ຄຸນພໍ່ Giuse ໂດ້ແມ້ງຮຸ່ງ ແລະ ຜູ້ມີຍົດຖາບັນດາສັກ, ບັນດາພໍ່ແມ່ພີ່ນ້ອງຊາວຄຼິດເຂດຊາວຄຼິດ ມີສຸຂະພາບເຂັ້ມແຂງ, ຕ້ອນຮັບວັນບຸນຄຼິດສະມາດ ຈົ່ງມີຄວາມສະຫງົບສຸກ; ປາດຖະໜາວ່າຄຸນພໍ່ ແລະ ຜູ້ມີຍົດຖາບັນດາສັກໃນເຂດຊາວຄຼິດ ສືບຕໍ່ດເສີມຂະຫຍາຍ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທຸກຊັ້ນວັນນະ ຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)


top