ຂ່າວສານ

ການນຳກຳປູເຈຍຕ້ອນຮັບຄະນະຜູ້ແທນ VOV

      ວັນທີ 15 ພະຈິກ, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ ແມນຊາມອານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ ນຳໂດຍທ່ານຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມເປັນຫົວໜ້າຄະນະຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ ແມນຊາມອານຕ້ອນຮັບ ທ່ານຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ VOV
      ທີ່ການຕ້ອນຮັບ, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ ແມນຊາມອານ ໄດ້ຕີລາຄາສູງການປະກອບສ່ວນຂອງ ວິທະຍຸກະຈາຍສຽງຫວຽດນາມໃນການຜັນຂະຫຍາຍປະຕິບັດບັນດາໂຄງການຊ່ວຍເຫຼືອກໍ່ສ້າງສະຖານີເຄື່ອງສົ່ງຊຶ່ງລັດຖະບານຫວຽດນາມຊ່ວຍເຫຼືອກຳປູເຈຍ. ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ ແມນຊາມອານ ສະເໜີ ວິທະຍຸກະຈາຍສຽງຫວຽດນາມ ຈົ່ງຊ່ວຍເຫຼືອບຳລຸງສ້າງພະນັກງານ, ນັກຂ່າວໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ.
    ສ່ວນທ່ານຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມໃຫ້ຮູ້ວ່າ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ໄດ້ມີການພົວພັນຮ່ວມມືມາແຕ່ດົນນານ, 2 ຝ່າຍໄດ້ພ້ອມກັນກໍ່ສ້າງ ແລະ ພັດທະນາພື້ນຖານດ້ານວັດຖຸເຕັກນິກ, ຖັນແຖວພະນັກງານ, ນັກຂ່າວໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍນັບແຕ່ໄດ້ຮັບການສ້າງຕັ້ງເມື່ອປີ 1978. 
 (ແຫຼ່ງຄັດຈາກ VOV)
 

top