ຂ່າວສານ

ການນຳ ຫວຽດນາມ ແລະບັນດາປະເທດ ສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງ ສັນຕະປາປາ Francis

ການນຳສາກົນຫລາຍໆທ່ານ ໄດ້ສົ່ງສານສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງ ສັນຕະປາປາ Francis ໃນວັນທີ 21 ເມສາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມໂສກເສົ້າມາຍັງທ່ານນາຍົກລັດຖະມົນຕີ ສຳນັກ Vatican, ພະຄາດີນັນ Pietro Parolin; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ສົ່ງສານສະແດງຄວາມໂສກເສົ້າມາຍັງ ທ່ານລັດຖະມົນຕີການຕ່າງປະເທດ ສຳນັກ Vatican, ສັງຄະນາຍົກ Paul Richard Gallagher.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານອະດິດປະທານາທິບໍດີ  Joe Biden ໄດ້ນຳຫນ້າຄະນະຜູ້ແທນ ໄປໄວ້ອາໄລ

ສັນຕະປາປາ Francis.(ພາບ:AP)

ຈາກປະເທດ ອາກຊັງຕິນ ເຊິ່ງແມ່ນບ້ານເກີດເມືອງນອນຂອງ ສັນຕະປາປາ Francis, ປະທານາທິບໍດີ Javier Milei ສະແດງຄຳຍ້ອງຍໍສັນລະເສີນຢ່າງຈິງໃຈ ແລະ ໃຫ້ຮູ້ວ່າ: ປະເທດນີ້ ຈະຈັດຕັ້ງການໄວ້ທຸກລະດັບຊາດທີ່ແກ່ຍາວໃນເວລາ 7 ວັນ. ທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva ໄດ້ອອກລັດຖະດຳລັດເພື່ອໄວ້ທຸກລະດັບຊາດ ໃນເວລາ 7 ວັນ.

ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez, ທ່ານລັດຖະມົນຕີກະຊວງຍຸຕິທຳ ແອດສະປາຍ, ທ່ານນາຍົກລັດຖະມົນຕີ ອັງກິດ, ທ່ານນາຍົກລັດຖະມົນຕີ ອີຕາລີ, ການນຳບັນດາປະເທດ ຕາເວັນອອກກາງ ແລະບັນດາອົງການອິດສະລາມ… ໄດ້ສົ່ງສານສະແດງຄວາມໂສກເສົ້າມາຍັງປະຊາຄົມກາໂຕລິກ ສາກົນ ແລະ ເນັ້ນຫນັກວ່າ ສັນຕະປາປາ Francis ແມ່ນ “ການນຳທີ່ກ້າຫານ”, ເພິ່ນຍາມໃດກໍ່ມີຄວາມຫວັງຕໍ່ອະນາຄົດອັນດີງາມຂອງໂລກ”


top