ຂ່າວສານ

ການນຳ ຫວຽດນາມ ສົ່ງສານອວຍພອນເຖິງທ່ານ Joe Biden ເນື່ອງໃນໂອກາດໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ

ເນື່ອງໃນໂອກາດທ່ານ Joseph Robinette Biden Jr ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ສະຫະລັດ ອາເມລິກາ, ວັນທີ 30 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນ. 

ທ່ານ Joe Biden. - ພາບ: baoquocte.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ດ້ວຍພື້ນຖານການພົວພັນໄດ້ສ້າງຕັ້ງມາເປັນເວລາ 25 ປີຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນຄົງ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ ແລະ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)
 

top