ຂ່າວສານ ການນຳ ສປປ.ເກົາຫຼີ ສະແດງຄວາມປາດຖະໜາຢາກປັບປຸງການພົວພັນກັບ ຫວຽດນາມ 03/09/2019 ວັນທີ 02 ກັນຍາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳປະເທດນີ້ Kim Jong-un ໄດ້ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດວັນຊາດ ຫວຽດນາມ, ໃນນັ້ນ ສະແດງໃຫ້ເຫັນຄວາມປາດຖະໜາຢາກປັບປຸງການພົວພັນລະຫວ່າງ 2 ປະເທດກ່ວາອີກ. ຕາມ KCNA ແລ້ວ, ທ່ານ Kim Jong-un ໄດ້ສະແດງຄວາມເຊື່ອໝັ້ນວ່າ “ການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງ 2 ພັກ, 2 ປະເທດ, ດ້ວຍມູນເຊື້ອ ແລະ ປະຫວັດສາດອັນຍາວນານ ຈະເຕີບໃຫຍ່ເຂັ້ມແຂງກ່ວາເວລາໃດໝົດ”. ກໍ່ຕາມ KCNA ແລ້ວ, ໃນຈົດໝາຍ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຫວນຄືນການຢ້ຽມຢາມທາງລັດຖະກິດຂອງທ່ານເຖິງ ຫວຽດນາມ ເມື່ອເດືອນ ມີນາ 2019, ທ່ານຊີ້ແຈ້ງວ່າ ການຢ້ຽມຢາມໄດ້ “ສ້າງກາລະໂອກາດສຳຄັນ” ໃນການປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. (ແຫຼ່ງຄັດຈາກ VOV)

ວັນທີ 02 ກັນຍາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳປະເທດນີ້ Kim Jong-un ໄດ້ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດວັນຊາດ ຫວຽດນາມ, ໃນນັ້ນ ສະແດງໃຫ້ເຫັນຄວາມປາດຖະໜາຢາກປັບປຸງການພົວພັນລະຫວ່າງ 2 ປະເທດກ່ວາອີກ. ຕາມ KCNA ແລ້ວ, ທ່ານ Kim Jong-un ໄດ້ສະແດງຄວາມເຊື່ອໝັ້ນວ່າ “ການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງ 2 ພັກ, 2 ປະເທດ, ດ້ວຍມູນເຊື້ອ ແລະ ປະຫວັດສາດອັນຍາວນານ ຈະເຕີບໃຫຍ່ເຂັ້ມແຂງກ່ວາເວລາໃດໝົດ”. ກໍ່ຕາມ KCNA ແລ້ວ, ໃນຈົດໝາຍ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຫວນຄືນການຢ້ຽມຢາມທາງລັດຖະກິດຂອງທ່ານເຖິງ ຫວຽດນາມ ເມື່ອເດືອນ ມີນາ 2019, ທ່ານຊີ້ແຈ້ງວ່າ ການຢ້ຽມຢາມໄດ້ “ສ້າງກາລະໂອກາດສຳຄັນ” ໃນການປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. (ແຫຼ່ງຄັດຈາກ VOV)