ໃນວັນທີ 04 ພຶດສະພາ ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ປຶກສາຫາລືຢ່າງ “ເລິກເຊິ່ງກ້ວາງຂວາງ” ກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກ່ຽວກັບການພົວພັນ 2 ຝ່າຍ ແລະ ສະພາບການໃນແຫຼມເກົາຫຼີ.

ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ:
THX/TTXVN)
ຕາມ KCNA ແລ້ວ, ທີ່ການພົບປະໃນວັນທີ 03 ພຶດສະພາ, 2 ຝ່າຍໄດ້ແລກປ່ຽນທັດສະນາກ່ຽວກັບບັນດາມາດຕະການພັດທະນາສາຍພົວພັນຮ່ວມມື ແລະ ມິດຕະພາບທີ່ເປັນມູນເຊື້ອກໍ່ຄືບັນດາບັນຫາ “ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ໃນນັ້ນມີທິດທາງ ແລະ ແງ່ຫວັງການພັດທະນາສະພາບການໃນແຫຼມເກົາຫຼີ”. KCNA ກໍ່ຮັບຮູ້ຫຼັກໝັ້ນຂອງ ສປປ.ເກົາຫຼີ ແລະ ຈີນ ກ່ຽວກັບ “ບັນດາບັນຫາສຳຄັນ” ແຕ່ບໍ່ຍົກອອກລະອຽດ.
ໃນຂະນະນັ້ນ, ສຳນັກຂ່າວສານຊິນຮວາ ໄດ້ໃຫ້ຂ່າວວ່າ ທີ່ການພົບປະກັບການນຳ Kim Jong-un, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ສະໜັບສະໜູນ ແລະ ຊົມເຊີຍເລື່ອງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ດຳເນີນການພົບປະສຸດຍອດເມື່ອເດືອນເມສາຜ່ານມາ, ນຳມາເຊິ່ງບັນດາກາລະໂອກາດທີ່ດີໃຫ້ແກ່ມາດຕະການການເມືອງສຳລັບບັນຫາແຫຼມເກົາຫຼີ.
(ແຫຼ່ງຄັດຈາກ VOV)