ຂ່າວສານ

ການນຳ ສປປ ເກົາຫຼີ ໄປຕິດຕາມກວດກາເຫດຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳ

ໜັງສືພິມ Rodong Sinmun ແລ້ວ, ວັນທີ 28 ມັງກອນ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຍຸດທະສາດ “Pulhwasal – 3 -31” ຈາກກ່ຳປັ່ນດຳນ້ຳ.

ການນຳ ສປປ ເກົາຫຼີ ຕິດຕາມການຍິງ “Malligyong-1” (ພາບ: Yonhap/TTXVN)

ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ ສະບັບອອກວັນທີ 29 ມັງກອນ ໄດ້ໃຫ້ຂ່າວກ່ຽວກັບເລື່ອງການນຳ Kim Jong – un ໄດ້ໄປຕິດຕາມກວດກາການຍິງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳ ແລະ ໂຄງການປະດິດສ້າງກ່ຳປັ່ນດຳນ້ຳ ນິວເຄຼຍ ຂອງພຽງຢາງ.

ຕາມ ໜັງສືພິມ Rodong Sinmun ແລ້ວ, ວັນທີ 28 ມັງກອນ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຍຸດທະສາດ “Pulhwasal – 3 -31” ຈາກກ່ຳປັ່ນດຳນ້ຳ. ລູກສອນໄຟໄດ້ຍິງຖືກບັນດາເປົ້າໝາຍຢູ່ເກາະແຫ່ງໜຶ່ງ ໃນເຂດທະເລທາງທິດຕາເວັນອອກຂອງ ສປປ ເກົາຫຼີ. ແຕ່ເຖິງຢ່າງໃດກໍ່ຕາມ, ໜັງສືພິມ Rodong Sinmun ບໍ່ແຈ້ງໃຫ້ຊາບລາຍລະອຽດກ່ຽວກັບເຫດຍິງລູກສອນໄຟນີ້ເທື່ອ.


top