ຂ່າວສານ

ການນຳ ສປປ. ລາວ ຕີລາຄາສູງການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດຫວຽດນາມ ແລະ ລາວ

ຕອນບ່າຍວັນທີ 02 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ເປັນຫົວໜ້າຄະນະ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານເລແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອເຂົ້າຮ່ວມ ກອງປະຊຸມວຽກງານຕຸລາການບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ຫວຽດນາມ - ລາວ ເປີດກວ້າງຄັ້ງທີ 4. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລແທ່ງລອງ ສະເໜີໃຫ້ ທ່ານນາຍົກລັດຖະມົນຕີລາວ ເອົາໃຈໃສ່, ຊີ້ນຳກະຊວງພາຍໃນ, ກະຊວງຍຸຕິທຳ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາແຂວງເຂດຊາຍແດນຂອງລາວ ທີ່ຕິດຈອດກັບຊາຍແດນຫວຽດນາມ ຍູ້ແຮງຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງ; ຕັ້ງໜ້າສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອປະຕິບັດການໃຫ້ສັນຊາດແກ່ຊາວລາວທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງຫວຽດນາມ ແລະ ໃຫ້ຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງລາວ ເພື່ອແນ່ໃສ່ແກ້ໄຂບັນຫາອົບພະຍົບແບບເສລີ, ການສົມລົດໂດຍບໍ່ທັນໄດ້ຈົດທະບຽນ ໃນເຂດຊາຍແດນຫວຽດນາມ - ລາວ ໂດຍພື້ນຖານ, ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປ້ອງກັນ, ຕ້ານ, ສະກັດກັ້ນການເຂົ້າເມືອງຄືນ ຫຼືອົບພະຍົບແບບເສລີໃໝ່.

        ທ່ານ ນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ເນັ້ນໜັກວ່າ ການຮ່ວມມືໃນວຽກງານຕຸລາການ ລະຫວ່າງສອງປະເທດມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນວິວັດການປ້ອງກັນເສັ້ນຊາຍແດນຮ່ວມລະຫວ່າງສອງປະເທດ; ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ, ມີຄວາມສາມັກຄີ ແລະ ພ້້ອມກັນພັດທະນາ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີລາວ ຫວັງວ່າ ທີ່ກອງປະຊຸມ, ກະຊວງຍຸຕິທຳສອງປະເທດຈະຊອກຫາວິທີແກ້ໄຂບັນດາບັນຫາຄົງຄ້າງດັ່ງກ່າວໄດ້. ພ້ອມທັງມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງຍຸຕິທຳລາວໃນວຽກງານການສ້າງກົດໝາຍ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ແລກປ່ຽນບົດຮຽນໃນການແກ້ໄຂຄະດີຕ່າງໆ.

(ແຫຼ່ງຄັດຈາກ VOV)

 


top