ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ.
ການນຳ ພັກ, ລັດ ເຂົ້າສຸສານໄຫວ້ອາໄລ ປະທານ ໂຮ່ຈີມິນ (ພາບ: VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ໃນຕອນເຊົ້າວັນທີ 28 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ໄດ້ໄປວາງພວງມາລາ, ເຂົ້າສຸສານໄຫວ້ອາໄລ ປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີໄຫວ້ອາໄລມີ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ; ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິ້ມຕູ້ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ພ້ອມດ້ວຍບັນດາອະດີດການນຳ ພັກ, ລັດ.
ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຈູດທູບໄຕ້ທຽນ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).