ຂ່າວສານ

ການທ່ອງທ່ຽວຢູ່ເຂດກະເສດ - ຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກຂອງ ແຂວງ ເລິມດົ່ງ

      ເດືອນ ພະຈິກ ປີ 2019 , ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 500.000 ເທື່ອຄົນ, ອັນໄດ້ຍົກຍອດຈຳນວນແຂກທ່ອງທ່ຽວ ນັບແຕ່ຕົ້ນປີມາຮອດປັດຈຸບັນຂຶ້ນເຖິງ 6,2 ລ້ານກວ່າເທື່ອຄົນ. ພ້ອມກັບບັນດາຜະລິດຕະພັນທ່ອງທ່ຽວ ທີ່ເຄີຍນຳໃຊ້ແລ້ວ, ການທ່ອງທ່ຽວຢູ່ເຂດກະເສດໄດ້ຮັບຖືວ່າ ແມ່ນຜະລິດຕະພັນໃໝ່ ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍ ອັນໄດ້ປະກອບສ່ວນຫຼາຍສົມຄວນ ເຂົ້າໃນການເຕີບໂຕຂອງຂະແໜງການນີ້

ການທ່ອງທ່ຽວຢູ່ເຂດກະເສດຢູ່ແຂວງເລີມດົງ
      ພ້ອມກັບກຸ່ມຄົນເຂົ້າຮ່ວມລາຍການທ່ອງທ່ຽວຢູ່ ເຂດຜະລິດກະສິກຳທີ່ເຂດ 7, ຢູ່ນະຄອນ ດ່າຫຼາດ, ແຂວງ ເລິມດົ່ງ, ນາງ ຫງວຽນທິລານເຮືອງ ແຂກທ່ອງທ່ຽວມາຈາກແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ບໍ່ມີຫຍັງຈັບໃຈກວ່າ ເມື່ອເຮົາໄດ້ເດັດເອົາໝາກໄມ້ ຜັກສະອາດໂດຍຕົນເອງຢູ່ໃນສວນ. ສຳລັບນາງແລ້ວ ນີ້ກໍ່ແມ່ນການເດີນທາງທ່ອງທ່ຽວ ທີ່ປະທັບໃຈທີ່ສຸດ ເຊິ່ງໄດ້ເຫັນປະຈັກຕາວຽກງານ ຂອງຊາດກະສິກອນ ແລະ ເປັນອະນຸສອນຍາກຈະລືມໄດ້. ນາງ ເຮືອງ ເວົ້າວ່າ:
      “ນ້ອງມີຄວາມປະທັບໃຈທີ່ສຸດເມື່ອມາ ແຫ່ງນີ້, ໄດ້ເຫັນທັດຊະນີຍະພາບທີ່ເປັນທຳມະຊາດ, ຕົ້ນໄມ້ກິນໝາກ ງາມທີ່ສຸດ, ເຫັນທຳມະຊາດ ແລະ ເຮົາກໍ່ໄດ້ເດັດເອົາໝາກໄມ້ດ້ວຍຕົນເອງ ແລະ ໄດ້ຊີມລົດຊາດພິເສດຂອງໝາກໄມ້ຢູ່ໃນສວນ, ອັນໄດ້ເຮັດໃຫ້ເຮົາມີຄວາມປະທັບໃຈທີ່ສຸດ”.
      ອ້າຍ ເຈິ່ນດັງ ເຊິ່ງແມ່ນແຂກທ່ອງທ່ຽວມາຈາກແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ ນີ້ແມ່ນເທື່ອທີ່ສີ່ ທີ່ລາວພ້ອມດ້ວຍຄອບຄົວໄດ້ມາທ່ຽວຢູ່ນະຄອນດ່າຫຼາດ ແລະ ແຂວງ ເລິມດົ່ງ ເພື່ອພັກຜ່ອນ ແລະ ໄປຢ້ຽມຊົມທັດສະນະສຶກສາ. ເມື່ອໄດ້ລຶ້ງເຄີຍກັບສະຖານທີ່ທ່ອງທ່ຽວຄື ນ້ຳຕົກຕາດ ແບຣນ, ນ້ຳຕົກຕາດ ດາຕາລາ, ໜອງທານເຖີ໋, ຮ່ອມພູແຫ່ງຄວາມຮັກ, ໂນນແຫ່ງຄວາມໃຝ່ຝັນ, ສວນໝາກໄມ້ຂອງນະຄອນ ດ່າຫຼາດ… ການຄົ້ນຫາຮູບແບບການທ່ອງ ທ່ຽວແບບເຂດກະເສດ ກໍ່ແມ່ນໃໝ່ອ່ຽມທີ່ສຸດ. ອ້າຍ ເຈິ່ນດັງ ແບ່ງປັນວ່າ:
      “ມາທ່ອງທ່ຽວຢູ່ນະຄອນ ດ່າຫຼາດ ໄດ້ໄປຢ້ຽມຊົມບັນດາສວນໝາກໄມ້ສວຍງາມທີ່ສຸດ ແລະ ແຊບທີ່ສຸດ ເຮົາຮູ້ສຶກວ່າມີຄວາມປະທັບໃຈອີຫຼີ. ທັດສະນີຍະພາບຢູ່ແຫ່ງນີ້ ແມ່ນງົດງາມ, ຊາວທ້ອງຖິ່ນ ຫຼື ບັນດາເຈົ້າຂອງສວນກໍ່ມີຄວາມຮັກແພງແຂກ ເຂົາເຈົ້າກໍ່ໄດ້ແນະນຳໃຫ້ທຸກໆຄົນຮູ້ແຈ້ງ ກ່ຽວກັບຕົ້ນໄມ້ກິນໝາກຢູ່ແຫ່ງນີ້ ແມ່ນໄດ້ປູກ ແລະ ບົວລະບັດຄືແນວໃດ”.
      ຕາມທ່ານ ເວືອງດິ່ງທີ ເຈົ້າຂອງຟາມປູກໝາກໄຟ ຢູ່ຕາແສງ 8 ນະຄອນ ດ່າຫຼາດ, ເມື່ອກ່ອນນີ້ ການຕ້ອນຮັບແຂກທ່ອງທ່ຽວ ເຂົ້າມາທ່ຽວຊົມຢູ່ສວນຟາມ ພຽງແຕ່ມີລັກສະນະມາຊອກຮູ້ເທົ່ານັ້ນ. ເພາະສະນັ້ນສະຖານທີ່ສວນຫຼາຍ ກໍ່ລ້ວນແຕ່ບໍ່ຮັບປະກັນບັນດາເງື່ອນໄຂທີ່ຈຳເປັນ ກ່ຽວກັບພື້ນຖານໂຄງລ່າງ, ນັບທັງຜະລິດຕະພັນຜັກ , ໝາກໄມ້ກໍ່ບໍ່ມີຫຼາຍປະເພດ ແລະ ບັນລຸຄຸນນະພາບດີທີ່ສຸດ. ນັບຕັ້ງແຕ່ອຳນາດການປົກຄອງທ້ອງຖິ່ນໄດ້ສ້າງແຜນຮ່າງ ແລະ ສົ່ງເສີມແນະນຳຊ່ວຍໜູນໃຫ້ຊາວກະສິກອນ ເຂົ້າຮ່ວມປະຕິບັດຮູບແບບທ່ອງທ່ຽວເຂດກະເສດນັ້ນ, ການຮັບໃຊ້ແຂກທ່ອງທ່ຽວ ກໍ່ໄດ້ບັນລຸປະສິດທິຜົນທາງດ້ານເສດຖະກິດສູງກວ່າ. ທ່ານ ເວືອງດິ່ງທີ ໃຫ້ຮູ້ວ່າ:
      “ຮູບແບບນີ້ພວມພັດທະນາຢ່າງສະດວກສະບາຍ ແລະ ຄວາມຕ້ອງການ ກ່ຽວກັບແຂກທ່ອງທ່ຽວ ກໍ່ມີຄວາມດູດດື່ມທີ່ສຸດ. ເຂົາເຈົ້າຢາກໄປສວນ ແລະ ເດັດເອົາໝາກໄມ້ ແລະ ຜັກໂດຍຕົນເອງ. ພວກຂ້າພະເຈົ້າ ກໍ່ຢາກຍົກລະດັບເທື່ອລະກ້າວ ເຊິ່ງໄປຕາມທິດທ່ອງທ່ຽວຄຸນນະພາບສູງ ແລະ ການຜະລິດກະສິກຳ ທີີ່ນຳໃຊ້ເຕັກໂນໂລຢີສູງຕິດພັນນຳກັນ ເພື່ອສ້າງຄວາມດູດດື່ມໃຫ້ແກ່ແຂກທ່ອງທ່ຽວ”.
     ປັດຈຸບັນຄວາມຕ້ອງການໄປຢ້ຽມຊົມ ທັດສະນະສຶກສາຂອງແຂກທ່ອງທ່ຽວ ສຳລັບການທ່ອງທ່ຽວເຂດກະເສດ ແມ່ນນັບມື້ນັບສູງຂຶ້ນ. ນາງ ຫງວຽນທິບິກງັອກ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ເລິມດົ່ງ ໃຫ້ຮູ້ວ່າ ຂະແໜງທ່ອງທ່ຽວແຂວງ ເລິມດົ່ງ ສືບຕໍ່ສົ່ງເສີມຊາວກະສິກອນ ແລະ ບັນດາວິສາຫະກິດໃນແຂວງ ທຳການລົງທຶນ ເພື່ອພັດທະນາຕາມທິດມີຄຸນນະພາບສູງ. ນາງ ງັອກ ກ່າວວ່າ:
      “ເມື່ອເຄື່ອງໝາຍການທ່ອງທ່ຽວເຂດກະເສດ ໄດ້ຖືກສ້າງຂຶ້ນນັ້ນ, ໃນເບື້ອງຕົ້ນ ບັນດາຫົວໜ່ວຍທີ່ໄດ້ຮັບການຮັບຮອງ ກໍ່ລ້ວນແຕ່ມີຈຳນວນແຂກທ່ອງທ່ຽວຈຳນວນໃດໜຶ່ງ, ຊ້ຳບໍ່ໜຳມີຫຼາຍຫົວໜ່ວຍທີ່ຂາຍປີ້ໃຫ້ແຂກເຂົ້າມາຢ້ຽມຊົມ ກໍ່ຍັງບັນລຸລາຍຮັບສູງກວ່າເມື່ອທຽບໃສ່ການຂາຍຜະລິດຕະພັນ. ພວກຂ້າພະເຈົ້າພວມເພີ່ມທະວີວຽກງານໂຄສະນາ, ສົ່ງເສີມ ແລະ ຮ່ວມເດີນທາງພ້ອມກັບບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນ ເພື່ອຍົກສູງຄຸນນະພາບການບໍລິການຂອງບັນດາຮູບແບບທ່ອງທ່ຽວເຂດກະເສດ ທີ່ໄດ້ຮັບການຮັບຮອງ”.
      ພາຍຫຼັງທີ່ໄດ້ກຳນົດທິດ ແລະ ພັດທະນາເປັນເວລາເກືອບສາມປີ, ມາຮອດປັດຈຸບັນ ນະຄອນດ່າຫຼາດ ແລະ  ແຂວງ ເລິມດົ່ງ ໄດ້ມີສະຖານທີ່ທ່ອງທ່ຽວເຂດກະເສດກວ່າ 30 ແຫ່ງໄດ້ຮັບການຢັ້ງຢືນບັນລຸມາດຕະຖານ ນຳເຂົ້າເຄື່ອນໄຫວຮັບໃຊ້ແຂກທ່ອງທ່ຽວ, ກວ່າ 10 ສະຖານທີ່ອື່ນ ພວມຢູ່ໃນໄລຍະຍົກລະດັບການລົງທຶນ. ການຖືເປັນສຳຄັນ ແລະ ສ້າງທຸກເງື່ອນໄຂສະດວກ ໃຫ້ແກ່ຮູບແບບທ່ອງທ່ຽວເຂດກະເສດ ເຂົ້າສູ່ການຮັບໃຊ້ແຂກທ່ອງທ່ຽວ ໄດ້ເຮັດໃຫ້ຜະລິດຕະພັນມີຫຼາຍຮູບຫຼາຍສີ, ປະກອບສ່ວນນຳຂະແໜງທ່ອງທ່ຽວ ເຊິ່ງແມ່ນຂະແໜງເສດຖະກິດປາຍແຫຼມຂອງ ດ່າຫຼາດ,ແຂວງ ເລິມດົ່ງພັດທະນາຢ່າງແຂງແຮງກວ່າ.
 (ແຫຼ່ງຄັດຈາກ VOV)
 


top