ຂ່າວສານ

ການທ່ອງທ່ຽວຂອງ ຫວຽດນາມ: ແຂວງ ກວາງນີງ ຮັບຮອງເອົາບ້ວງເງິນກະຕຸ້ນການທ່ອງທ່ຽວມູນຄ່າ 200 ຕື້ດົ່ງ

      ນະໂຍບາຍໜູນຊ່ວຍການກະຕຸ້ນການທ່ອງທ່ຽວແຂວງກວາງນີງປີ 2020 ມີມູນຄ່າປະມານ 200 ຕື້ດົ່ງ, ໂດຍສະພາປະຊາຊົນແຂວງ ກວາງນີງ ຊຸດທີ XIII ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 17 ເຊິ່ງໄດ້ດຳເນີນໃນວັນທີ 14 ພຶດສະພາ. 

100% ສະມຊິກສະພາປະຊາຊນົເຫັນດີອະນຸມັດຜ່ານບ້ວງເງິນກະຕຸ້ມການທ່ອງທ່ຽວປີ 2020
      ຕາມນັ້ນ, ແຂວງ ກວາງນີງ ຈະບໍ່ເກັບຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆນຳນັກທ່ອງທ່ຽວທັງໝົດ(ນັບທັງແຂກທ່ອງທ່ຽວພາຍໃນ ແລະ ສາກົນ) ທີ່ໄປທ່ຽວຊົມອ່າວຮ້າລອງ(ນອກເໜືອປີ້ນອນຄ້າງຄືນ), ຫໍພິພິທະພັນ ກວາງນີງ, ເຂດປູຊະນີຍະສະຖານທັດສະນີຍະພາບ ອຽນຕື້ ໃນເດືອນພຶດສະພາ ແລະ ບັນດາວັນບຸນໃນປີ 2020.
            ຜູ້ໂດຍສານທີ່ໄປຜ່ານສະໜາມບິນສາກົນ ເວິນໂດ່ນ ຈະບໍ່ໄດ້ເສຍເງິນຄ່າລົດບັດຄຸນນະພາບສູງແຕ່ສະໜາມບິນນີ້ໄປຫານະຄອນ ຮ້າລອງ ແລະ ຢົກດໍ ຂອງ ນະຄອນ ອວງບີ໊ ແລະ ກັບຄືນ. ເວລາປະຕິບັດແມ່ນນັບແຕ່ນີ້ຈົນໄປຮອດວັນທີ 31 ທັນວາປີ 2020
            ເວລາປະຕິບັດນະໂຍບາຍໜູນຊ່ວຍການກະຕຸ້ນການທ່ອງທ່ຽວແຂວງກວາງນີງປີ 2020 ແມ່ນຈະເລີ່ມແຕ່ວັນທີ 15 ພຶດສະພາ ເປັນຕົ້ນໄປ.
            ກວາງນີງ ຫວັງວ່າດ້ວຍບ້ວງເງິນກະຕຸ້ນນີ້ຈະມີການກະທົບຢ່າງຕັ້ງໜ້າໃນການດຶງດູດນັກທ່ອງທ່ຽວມາທ່ຽວຢູ່ ກວາງນີງ.
 (ແຫຼ່ງຄັດຈາກ VOV)


top