ຂ່າວສານ

ການທ່ອງທ່ຽວ ຫວຽດນາມ - ອິນເດຍ ປຶກສາຫາລືວິທີການເປີດຕະຫຼາດຄືນໃໝ່ເມື່ອໂລກລະບາດ Covid – 19 ສິ້ນສຸດລົງ

      ໃນສະພາບການປັດຈຸບັນ, ພວກເຮົາຕ້ອງຍົກອອກບັນດານະໂຍບາຍໃຫ້ສອດຄອງກ່ຽວກັບການໂຈະ, ຍົກເລີກ, ສົ່ງເງິນຄືນໃຫ້ແກ່ແຂກທ່ອງທ່ຽວ. ບັນດາບໍລິສັດການບິນ, ໂຮງແຮມ ແລະ ບໍລິສັດສະໜອງການບໍລິການທ່ອງທ່ຽວຕ້ອງມີບັນດາຂໍ້ຕົກລົງຮ່ວມມືຢ່າງລະອຽດກ່ວາອີກ, ໃກ້ຊິດກ່ວາເພື່ອແບ່ງປັນບັນດາຂໍ້ມູນຂ່າວສານການຕະຫຼາດ ແນໃສ່ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ.

ກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ ແງ່ຫວັງການທ່ອງທ່ຽວ ຫວຽດນາມ - ອິນເດຍ ໄລຍະຫຼັງ Covid – 19” 
      ບັນດາສະມາຄົມການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວ, ໂຮງແຮມ ຫວຽດນາມ ແລະ ອິນເດຍຢາກຮັກສາການເຊື່ອມຕໍ່ ແລະ ຊອກຫາບັນດາກາລະໂອກາດຮ່ວມມືໃຫ້ແກ່ໄລຍະຫຼັງ ໂລກລະບາດ Covid – 19 ດ້ວຍມາດຖານການທ່ອງທ່ຽວຢ່າງປອດໄພ. ນີ້ແມ່ນເນື້ອໃນຂອງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ ແງ່ຫວັງການທ່ອງທ່ຽວ ຫວຽດນາມ - ອິນເດຍ ໄລຍະຫຼັງ Covid – 19” ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 17 ກັນຍາ. ທ່ານຮ່າວັນຊຽວ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ:
        ໃນສະພາບການປັດຈຸບັນ, ພວກເຮົາຕ້ອງຍົກອອກບັນດານະໂຍບາຍໃຫ້ສອດຄອງກ່ຽວກັບການໂຈະ, ຍົກເລີກ, ສົ່ງເງິນຄືນໃຫ້ແກ່ແຂກທ່ອງທ່ຽວ. ບັນດາບໍລິສັດການບິນ, ໂຮງແຮມ ແລະ ບໍລິສັດສະໜອງການບໍລິການທ່ອງທ່ຽວຕ້ອງມີບັນດາຂໍ້ຕົກລົງຮ່ວມມືຢ່າງລະອຽດກ່ວາອີກ, ໃກ້ຊິດກ່ວາເພື່ອແບ່ງປັນບັນດາຂໍ້ມູນຂ່າວສານການຕະຫຼາດ ແນໃສ່ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)


top